ສິ້ນສຸດບັນດາກອງປະຊຸມ ກຽມໃຫ້ແກ່ກອງປະຊຸມ ສຸດຍອດ APEC

ສິ້ນສຸດບັນດາກອງປະຊຸມ ກຽມໃຫ້ແກ່ກອງປະຊຸມ ສຸດຍອດ APEC - ảnh 1

(ພາບປະກອບ:thanhnien.com.vn)

(vovworld)- ​ແຕ່ວັນ​ທີ 22/6-6/7, ຢູ່​ນະຄອນ Medan, ​ເມືອງ​ເອກຂອງ​ແຂວງ Sulawesi ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ (SOM) ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ເກືອບ 3000 ທ່ານ​ທີ່​ມາ​ຈາກ 21 ພື້ນ​ຖານ​ເສດຖະກິດ​ສະມາຊິກ. ນີ້​ແມ່ນກອງ​ປະຊຸມ SOM APEC ຄັ້ງທີ 3 ​ໃນ​ປີ​ນີ້​ ​ແລະ ກໍ່​ແມ່ນ​ກອງ​ປະຊຸມ​ຄັ້ງສຸດ​ທ້າຍ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ APEC ຊື່​ງຈະ​ຈັດ​ຂຶ້ນ​ໃນ​ເດືອນ 10/2013 ຢູ່​ເກາະ​ທ່ອງ​ທ່ຽວ​ບາ​ລີ ປະ​ເທດ​ອິນ​ໂດ​ເນ​ເຊຍ. ກອງ​ປະຊຸມ SOM APEC ຄັ້ງທີ 3 ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ສືບ​ຕໍ່​ວິວັດ​ການ​ຫັນ​ເປັນ​ການ​ຄ້າ​ເສລີ​ໃນ APEC ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ. ທີ່ກອງ​ປະຊຸມ SOM APEC ປີ​ນີ້, ອິນ​ໂດ​ເນ​ເຊຍ ຊື່​ງ​ແມ່ນປະ​ເທດ​​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ APEC ໄດ້ສະ​ເໜີ 19 ຂໍ້​ລິ​ເລີ່​ມກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ຈອດ, ການ​ຫັນ​​ເປັນການ​ຄ້າ​ເສລີ, ພະລັງງານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ເຊື່ອມ​​ໂຍງ​ເຂົ້າກັບ​ພາກ​ພື້ນ….​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC.

 

 

 

 

ຂ່າວ/ບົດ​ອື່ນ