ສິ້ນສຸດຮອບເຈລະຈາການຄ້າຄັ້ງທີ 12 ລະຫວ່າງ ຈີນ ແລະ ອາເມລິກາ

(VOVWORLD) - ຮອບເຈລະຈາການຄ້າຄັ້ງທີ 12 ລະຫວ່າງ ຈີນ ແລະ ອາເມລິກາ ໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 31 ກໍລະກົດ ຢູ່ ຊຽງໄຮ້, ຈີນ, ພາຍຫລັງປະຊຸມມາເປັນເວລາ 2 ວັນ.
ສິ້ນສຸດຮອບເຈລະຈາການຄ້າຄັ້ງທີ 12 ລະຫວ່າງ ຈີນ ແລະ ອາເມລິກາ - ảnh 1 ຮອບເຈລະຈາການຄ້າຄັ້ງທີ 12 ລະຫວ່າງ ຈີນ ແລະ ອາເມລິກາ (ພາບ: AFP/TTXVN)

ຕາມສື່ມວນຊົນ ຈີນ ແລ້ວ, 2 ຝ່າຍໄດ້ແລກປ່ຽນຢ່າງກົງໄກກົງມາ, ມີປະສິດທິຜົນສູງ ແລະ ມີລັກສະນະສ້າງສັນຕໍ່ບັນດາບັນຫາສຳຄັນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນຂົງເຂດເສດຖະກິດການຄ້າ, ຕາມຄວາມຮຽກຮ້ອງຕ້ອງການຂອງຄວາມຮັບຮູ້ລວມສຳຄັນ ໂດຍປະມຸກລັດ 2 ປະເທດບັນລຸໄດ້ໃນການພົບປະກັນຢູ່ Osaka (ຍີ່ປຸ່ນ) ຢູ່ນອກກອງປະຊຸມສຸດຍອດ G20 ໃນເດືອນ ມິຖຸນາ ຜ່ານມາ. 2 ຝ່າຍກໍ່ປຶກສາຫາລືກ່ຽວກັບເລື່ອງ ຈີນ ເພີ່ມການເກັບຊື້ຜະລິດຕະພັນກະເສດຂອງ ອາເມລິກາ ບົນພື້ນຖານຄວາມຕ້ອງການພາຍໃນປະເທດ ແລະ ເລື່ອງ ອາເມລິກາ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການເກັບຊື້ນີ້. ຮອບເຈລະຈາຕໍ່ໄປລະຫວ່າງ 2 ຝ່າຍຈະໄດ້ຈັດຕັ້ງຢູ່ ອາເມລິກາ ໃນເດືອນ ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ