ສືບຕໍ່ກອງປະຊຸມເທື່ອທີ 27, ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ສືບຕໍ່ກອງປະຊຸມເທື່ອທີ 27, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ, ຕອນເຊົ້າວັນທີ 19 ກັນຍາ ທີ່ຮ່າໂນ້ຍ,
ສືບຕໍ່ກອງປະຊຸມເທື່ອທີ 27, ຄະນະປະຈຳສະພາແຫ່ງຊາດ - ảnh 1 ສືບຕໍ່ກອງປະຊຸມເທື່ອທີ 27, ຄະນະປະຈຳສະພາແຫ່ງຊາດ (ພາບ: VTV1)

ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານສັງລວມຂອງລັດຖະບານ, ປະທານສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດຕໍ່ການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການຕິດຕາມຫົວເລື່ອງສະເພາະ ແລະ ຊັກຖາມທີ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດ.

       ບັນດາຜູ້ແທນໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການຊັກຖາມສຳລັບບັນດາຂົງເຂດຄື: ບັນຫາພາຍໃນ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ບຳລຸງສ້າງ, ກະສິກຳ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ສາທາລະນະສຸກ.

       ຕອນບ່າຍວັນທີ 19 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບັນດາກົດໝາຍທີ່ມີຂໍ້ກຳນົດກ່ຽວຂ້ອງເຖິງການວາງແຜນຜັງສະບັບປັບປຸງ.

ຕອບກັບ

ຂ່າວ/ບົດ​ອື່ນ