ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມ ແບບຢ່າງຄຸນສົມບັດ ຂອງປະທານ ໂຮ່ຈິມິນ

ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມ ແບບຢ່າງຄຸນສົມບັດ ຂອງປະທານ ໂຮ່ຈິມິນ - ảnh 1
ທ່ານ To Huy Rua ກຳມະການ​ກົມ​ການ​ເມືອງ

( vovworld ) – ວັນ​ທີ 13/4, ຢູ່​ແຂວງ Ha Nam, ຄະນະ​ເລ​ຂາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​​ບັນດາ​ແຂວງ​ທາ​ງພາກ​ເໜືອ, ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 3 ຂອງ​ກົ​ມການ​ເມືອງ​ກ່ຽວ​ກັບການສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ. ທ່ານ To Huy Rua ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າຄະ​ນະຈັດ​ຕັ້ງ​ສູນ​ກາງ​​ໄດ້ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ. ກອງ​ປະ​ຊຸມ​ໄດ້​ສະຫງວນ​ເວລາ​ເພື່ອ​ປຶກສາ​ຫາລື, ​ໃຈ​ແຍກ, ຕີ​ລາຄາ​ບັນດາ​ວຽກ​ງານ​ທີ່​ບັນລຸ​ໄດ້ ກໍ​ຄື​ບັນດາ​​ບັນຫາ​ຍັງຄົງ​ຄ້າງ, ຂໍ້ຈຳ​ກັດ​ໃນ​ການ​ປະຕິບັດ​ມະຕິ​ເລກທີ 3, ພ້ອມ​ກັນ​ນັ້ນ, ສະ​ເໜີ​ບັນດາ​ຄຳ​​ເຫັນ, ມາດ​ຕະການ​ແກ້​ໄຂ​ເພື່ອ​​ເຮັດ​ໃຫ້ການຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ ​ແມ່ນ​ໜ້າ​ທີ່​​ເປັນປະຈຳ ​ແລະ ສຳຄັນ​ຂອງ​​ແຕ່​ລະ​ອົງຄະ​ນະ​ພັກ, ທ້ອງ​ຖີ່​ນ, ຫົວໜ່ວຍ, ພະນັກງານ ​ແລະ ສະມາຊິກ​ພັກ​ແຕ່ລະຄົນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ To Huy Rua ​ໄດ້​ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງ​ໆ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຄວນ​ເສີມ​ຂະຫຍາຍ​ບັນດາສິ່ງ​ທີ່ບັນລຸ​ໄດ້​ເພື່ອ​ຍູ້​ແຮງ​ການຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ ຢູ່​ແຕ່ລະ​ແຂວງ. ບັ້ນ​ຂົນຂວາຍ “ ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ ” ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ​້ນກັບ​ການ​ປະຕິບັດ​ມະຕິ​ສູງ​ການ​ທີ 4 ກ່ຽວ​ກັບ​ບັນດາ​ມາດ​ຕະການ​ອັນຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ ​ແລະ ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.
ຂ່າວ/ບົດ​ອື່ນ