ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ໃນ​ການ​ແກ້​ໄຂ​ ​ລະ​ບ​ຽບ​ການ​ບໍ​ລິ​ຫານ

(VOVWORLD) - ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມກັບຄະນະຮຽບຮຽງ ແຜນຮ່າງ “ທົດລອງການປ່ຽນແປງໃໝ່ປະຕິບັດກົນໄກປະຕູດຽວ, ປະຕູເຊື່ອມຕໍ່ໃນການແກ້ໄຂ ລະບຽບການບໍລິຫານ”.

ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ໃນ​ການ​ແກ້​ໄຂ​ ​ລະ​ບ​ຽບ​ການ​ບໍ​ລິ​ຫານ - ảnh 1 ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ຜັນຂະຫຍາຍມະຕິເລກທີ 61 ປີ 2018 ຂອງລັດຖະບານ ກ່ຽວກັບການປະຕິບັດກົນໄກປະຕູດຽວ, ປະຕູລະເຊື່ອມຕໍ່ ໃນການແກ້ໄຂ ລະບຽບການບໍລິຫານ, ມາຮອດປັດຈຸບັນ, 100% ກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດການບູລະນະພາກສ່ວນປະຕູດຽວທຸກຂັ້ນເພື່ອແກ້ໄຂລະບຽບການບໍລິຫານ. ທ່ານ ມາຍຕ໊ຽນຢຸງໃຫ້ຮູ້ວ່າ:

        ກົນໄກປະຕູດຽວ ດ້ານໜຶ່ງໄດ້ຊ່ວຍດັດປັບບາງຂັ້ນຕອນກ່ຽວກັບການຈັດຕັ້ງກົງຈັກ, ປ່ຽນແປງໃໝ່ ແລະ ປັບປຸງການເຮັດວຽກງານຂອງອົງການລັດ, ອີກດ້ານໜຶ່ງ ກໍ່ຊ່ວຍຫັນບັນດາອົງການ, ສຳນັກງານ, ສູນບໍລິຫານສາທາລະນະເປັນທັນສະໄໝ, ປະຊາຊົນ ແລະ ພະນັກງານສາມາດກວດກາຂັ້ນຕອນການປະຕິບັດບັນດາລະບຽບການບໍລິຫານໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ