ສືບຕໍ່ຜັນຂະຫຍາຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃຫມ່ຢ່າງມີປະສິດທິຜົນ

(VOVWORLD) -ຕອນເຊົ້າວັນທີ 27 ມິຖຸນາ ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປອ້ງກັນປະເທດໄດ້ຈັດຕັ້ງກອງປະຊຸມການທະຫານທົ່ວປະເທດ ເພື່ອແນໃສ່ຕີລາຄາໝາກຜົນການຊີ້ນຳນຳພາ, ປະຕິບັດຫນ້າທີ່ການທະຫານ, ການປ້ອງກັນຊາດໃນ 6 ເດືອນຕົ້ນປີ, ຜັນຂະຫຍາຍຫນ້າທີ່ໃນ 6 ເດືອນທ້າຍປີ 2017. 
ສືບຕໍ່ຜັນຂະຫຍາຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃຫມ່ຢ່າງມີປະສິດທິຜົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ: ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຊາບຊືມ, ປະຕິບັດບັນດາການຊີ້ນຳຂອງພັກ, ລັດ ຢ່າງເຂັ້ມງວດ, ຊີ້ນຳທົ່ວກອງທັບປະຕິບັດຫນ້າທີ່ການທະຫານ ການປ້ອງກັນຊາດໃນ 6 ເດືອນຕົ້ນປີ 2017 ເປັນຢ່າງດີ. ກ່ຽວກັບຫນ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກເຖິງບາງເນື້ອໃນ: ສືບຕໍ່ຜັນຂະຫຍາຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃຫມ່ຢ່າງມີປະສິດທິຜົນ, ປະຕິບັດວຽກງານສ້າງລະບອບນະໂຍບາຍເປັນຢ່າງດີ, ປະຕິບັດວຽກງານຄາດຄະເນເປັນຢ່າງດີ, ກຳແຫນ້ນສະພາບການ, ສຸມໃສ່ຍົກສູງຄຸນນະພາບການອົບຮົມ ແລະ ຄວາມສາມາດກຽມພ້ອມການສູ້ຮົບ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ໃນບໍ່ວ່າສະພາບການໃດ, ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ສະຫນັບສະຫນູນກອງທັບ, ສ້າງເງື່ອນໄຂດີທີ່ສຸດໃຫ້ກອງທັບ ໃນວິວັດການຈັດຕັ້ງ ກຳລັງ, ປະກອບອາວຸດ ແລະ ປະຕິບັດຫນ້າທີ່.

ຕອບກັບ

ຂ່າວ/ບົດ​ອື່ນ