ສືບຕໍ່ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະເທດ

ສືບຕໍ່ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະເທດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
ເຂົ້າຮ່ວມ ວັນ​ບຸນ “ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ” ປີ 2017
(ພາບ: TTXVN)

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 04/02, ຢູ່ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ​, ​ໄດ້​ໄຂ​ວັນ​ບຸນ “ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ” ປີ 2017. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ກຳນົດ​ບັນຫາ​ຊົນ​ເຜົ່າ, ວຽກ​ງານ​ຊົນ​ເຜົ່າ ​ແລະ ຄວາ​ມສາມັກຄີລະຫວ່າງ​ບັນດາ​ຊົນ​ເຜົ່າ​​ແມ່ນມີ​ທີ່​ຕັ້ງຍຸດ​ທະ​ສາດ​ສຳຄັນ. ​ເລື່ອງ​ປະຕິບັດ​ບັນດາ​ນະ​ໂຍບາຍ, ລາຍການ, ​ໂຄງການ​ລົງທຶນ ​ໄດ້​ເຮັດ​ໃຫ້​​ໂຄງ​ລ່າງ​ເສດຖະກິດ - ສັງຄົມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດຊົນ​ເຜົ່າ​ໄດ້​ຮັບ​ການ​ປັບປຸງ​ຢ່າງຈະ​ແຈ້ງ. ວັດທະນະທຳ​ພັດທະນາ​ອຸດົມສົມ​ບູນກ່ວາ; ຊີວິດ​ທາງ​ດ້ານວັດທະນະທຳ​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້ຍົກ​ສູງຂຶ້ນ​ເທື່ອ​ລະ​ກ້າວ; ວັດທະນະທຳ​ທີ່​ເປັນ​ມູນ​ເຊື້​ອຂອງ​ບັນດາ​ເຜົ່າ​ໄດ້​ຮັບ​ການເຄົາລົບ, ຮັກສາ ​ແລະ ​ເສີມ​ຂະຫຍາຍ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ ​ແລະ ປາດ​ຖະໜາ​ວ່າ ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນັກ​ສິລະ​ປະ, ຜູ້​ມີຍົດຖາ​ບັນດາສັກ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ທີ່​ເປັນ​ຕົວ​ແທນ ບັນດາ​ຊົນ​ເຜົ່າ, ​ເຂ​ດພາກ​ຕັ້ງໜ້າ​ເສີມ​ຂະຫຍາຍ​ບົດບາດ​ຂົນຂວາຍ​ພໍ່​ແມ່​ປະຊາຊົນ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ, ລັດ​ເປັນ​ຢ່າງ​ດີ. ສືບ​ຕໍ່​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ຊົນ​ເຜົ່າທີ່​ເປັນ​ມູນ​ເຊື້ອ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ສຶກສາ​ບັນດາ​ລຸ້ນໜຸ່ມ, ປະກອບສ່ວນ​ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ​ເພື່ອ​ໃຫ້​ບັນຍາກາດ​ລະດູບານ​ໃໝ່​ແຜ່​ຂະຫຍາຍ​ໄປ​ທົ່າທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ ”

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ທຸກ​ຂັ້ນ, ທຸກຂະ​ແໜງການ ຈົ່ງ​ມີ​ບັນດາ​ມາດ​ຕະການ, ວຽກ​ງານ​ຢ່າງລະອຽດ, ​ແທດ​ຈິງ ​ເພື່ອໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ການ​ສຶກສາ, ວັດທະນະທຳ, ສາທາລະນະ​ສຸກ; ​ເພີ່ມ​ທະວີ​ວຽກ​ງານ​ຂົນຂວາຍ​ມະຫາຊົນ​ໃນ​​ເລື່ອງ​ຮັບປະກັນ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ໃນ​ໄລຍະ​ປະຕິວັດ​ປະຈຸ​ບັນ​ເປັນ​ຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ