ສືບຕໍ່ເພີ່ມພູນຄຸນສ້າງການພົວພັນສາມັກຄີແບບພິເສດຫວຽດນາມ-ລາວນັບມື້ນັບພັດທະນາ

ສືບຕໍ່ເພີ່ມພູນຄຸນສ້າງການພົວພັນສາມັກຄີແບບພິເສດຫວຽດນາມ-ລາວນັບມື້ນັບພັດທະນາ - ảnh 1
ທ່ານ​ຮອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ ແລະ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕ​ີນ​ຊາງ
(ພາບ: VTV)

(vovworld) – ​​ ​​​​ຕອນ​ບ່​າຍ​ວັນ​ທີ 8/7, ທີ່​ສຳ​ນັ​ກງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕ​ີນ​ຊາງ ໄດ​້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລາ​ວ ໂດຍ​ທ່ານ​ຮອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ, ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ແລະ ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ແລະ ໝາກ​ຜົນແຫ່ງ​ການ​ພົບ​ປະ​, ສຳ​ພັດຄັ້ງ​ຕ່າງໆ​ລະ​ຫວ່າງ​ທ່ານ​ຮອງ​ປະ​ທານ​ປະ​ເທດ​ລາວ ກັບ​ການ​ນຳ​ພັກ, ລັດ​ຖະ​ບານ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດເຈືອງ​ເຕີນ​ຊາງ ຖື​ວ່າ: ການ​ຢ້ຽມ​ຢາມຄັ້ງ​ນີ້​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ. ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ: ປີ 2016 ແມ່ນ​ປີ​ທີ່ ລາວ ຮ​ັບ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ, ເຊິ່ງ​ແມ່ນ​ປີ​ທຳ​ອິດ​ພາຍຫຼັງ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ລາວ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມອາ​ຊຽນ 2016 ບັນ​ລຸ​ຜົນ​ສ​ຳ​ເລັດ. ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ ຫວຽດ​ນາມ ຮັກ​ສາ ແລະ ເພີ່ມ​ພູນ​ຄຸນ​ສ້າງ​ສາຍ​ພົວ​ພັນ​ສາ​ມັກ​ຄີແບບ​ພິ​ເສດ ລາວ - ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ເນັ້ນ​ໜັກ​ວ່າ: ລາວ ສະ​ໜັບ​ສະ​ໜູນ ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ​ຢູ່​ລາວ.


ຂ່າວ/ບົດ​ອື່ນ