ສືບຕໍ່ໂຄສະນາກ່ຽວກັບອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ

ສືບຕໍ່ໂຄສະນາກ່ຽວກັບອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ - ảnh 1
ງານ​ວາງ​ສະ​ແດງ​ເອ​ກະ​ສານ, ວັດ​ຖຸພັນ​ດ້ວຍ​ຫົວ​ຂໍ້: “ ຮ່​ວາງ​ຊາ, ເຈືອງ​ຊາ​ຂອງ​ຫວຽດ​ນາມ- ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”


(vovworld)- ວັນ​ທີ 24/8, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ​ແຂວງ​ບາ​ເຣ້ຍ- ວຸ້ງ​ເຕົາ ຈັດ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ເອ​ກະ​ສານ, ວັດ​ຖຸພັນ​ດ້ວຍ​ຫົວ​ຂໍ້: “ ຮ່​ວາງ​ຊາ, ເຈືອງ​ຊາ​ຂອງ​ຫວຽດ​ນາມ- ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ນະ​ຄອນ​ວຸ້ງ​ເຕົາ. ງານ​ວາງ​ສະ​ແດງໄດ້​ວາງ​ສະ​ແດງ​ບັນ​ດາ​ເອ​ກະ​ສານ, ວັດ​​ຖຸ​ພັນ​ພ້ອມ​ກັບ​ແຜນ​ທີ່​ເກືອບ 100 ແຜ່ນ​ຊຶ່ງ​ໄດ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈືອງ​ຊາ. ງານ​ວາງ​ສະ​ແດງ​ເອ​ກະ​ສານ, ວັດ​ຖຸພັນ​, ແຜນ​ທີ່ກ່ຽວ​ກັບ 2 ມູ່​ເກາະ ຮ່​ວາງ​ຊາ, ເຈືອງ​ຊາ​ຂອງ​ຫວຽດ​ນາມ ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ທີ່​ສຳ​ຄັນ ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ຄວາ​ມຮັບ​ຮູ້, ນ້ຳ​ໃຈ​ສາ​ມັກ​ຄີ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຫວຽດ​ນາມ.
ຂ່າວ/ບົດ​ອື່ນ