ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ ປີ 2023: ເຂັ້ມຂົ້ນໄປດ້ວຍລົດຊາດທາງພາກໃຕ້ ຫວຽດນາມ

(VOVWORLD) -  ດ້ວຍຫົວຂໍ້ “The Magical Taste of Vietnam - ລົດຊາດຂອງທາງພາກໃຕ້ ຫວຽດນາມ”, ສັບປະດາສິນຄ້າ ຫວຽດນາມ ຢູ່ ປະເທດໄທ ປີ 2023 ດຶງດູດວິສາຫະກິດເກືອບ 100 ແຫ່ງເຂົ້າຮ່ວມການເຊື່ອມຕໍ່ການພົວພັນຄ້າຂາຍ ແລະ ວາງສະແດງ, ໂຄສະນາວັດທະນະທຳ
ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ ປີ 2023: ເຂັ້ມຂົ້ນໄປດ້ວຍລົດຊາດທາງພາກໃຕ້ ຫວຽດນາມ - ảnh 1ຮອງນາຍົກລັດຖະມົນຕີ ໄທ ຢ້ຽມຢາມບັນດາຮ້ານວາງສະແດງສິນຄ້າ ຂອງ ຫວຽດນາມ
(ພາບ: VOV)

“ສັບປະດາສິນຄ້າ ຫວຽດນາມ ຢູ່ ປະເທດໄທ ປີ 2023” ໂດຍກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ກຸ່ມບໍລິສັດ Central Retail ຢູ່ ຫວຽດນາມ, ເປັນປະທານຮ່ວມ, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ສິງຫາ ແລະ ແກ່ຍາວຮອດວັນທີ 20 ສິງຫາ ຢູ່ Central World, ນະຄອນຫຼວງ ບາງກອກ, ປະເທດ ໄທ.

        ດ້ວຍຫົວຂໍ້ “The Magical Taste of Vietnam - ລົດຊາດຂອງທາງພາກໃຕ້ ຫວຽດນາມ”, ສັບປະດາສິນຄ້າ ຫວຽດນາມ ຢູ່ ປະເທດໄທ ປີ 2023 ດຶງດູດວິສາຫະກິດເກືອບ 100 ແຫ່ງເຂົ້າຮ່ວມການເຊື່ອມຕໍ່ການພົວພັນຄ້າຂາຍ ແລະ ວາງສະແດງ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ ແລະ ບັນດາເຄື່ອງຂອງທີ່ເປັນເອກະລັກສະເພາະຂອງເຂດພາກຈາກນະຄອນໂຮ່ຈີມິນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ໊ຖັ້ງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຊຸກຍູ້ການສົ່ງອອກໂດຍກົງເຂົ້າບັນດາລະບົບຈຳໜ່າຍຢູ່ບັນດາປະເທດ, ໃນນັ້ນມີປະເທດໄທ. ທ່ານ ໂດ໊ຖັ້ງຫາຍ ຢັ້ງຢືນວ່າ:

        “ສັບປະດາສິນຄ້າ ຫວຽດນາມ ຢູ່ປະເທດ ໄທ ແມ່ນໜຶ່ງໃນບັນດາເຫດການສົ່ງເສີມການຄ້າສຳຄັນ, ເພື່ອແນໃສ່ໂຄສະນາ, ແນະນຳສິນຄ້າ ຫວຽດນາມ ຢູ່ປະເທດ ໄທ. ບັນດາການເຄື່ອນໄຫວສົມທົບກັນຫຼາຍຮູບຫຼາຍແບບລະຫວ່າງ Central Retail ຫວຽດນາມ ແລະ ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ໃນໄລຍະຜ່ານມາ, ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ບັນດາວິສາຫະກິດ ໄທ, ກໍ່ຄືກຸ່ມບໍລິສັດ Central World, ປະກອບສ່ວນພັດທະນາການພົວພັນການຄ້າລະຫວ່າງສອງປະເທດ ”.

ຕອບກັບ

ຂ່າວ/ບົດ​ອື່ນ