ສ​ປ​ຊ ກ່າວ​ເຕືອ​ນ​ສະ​ພາບ​ອ​ຶດ​ຫິວ​ທຸກ​ຍາກ​ເພີ່ມ​ຂຶ້ນ​ໃນ​ປີ 2021

(VOVWORLD) - ຈຳນວນຜູ້ທີ່ພວມປະເຊີນໜ້າກັບສະພາບອຶດຫິວທຸກຍາກຢູ່ 43 ປະເທດໃນໂລກ ໄດ້ເພີ່ມຂຶ້ນເຖິງ 45 ລ້ານຄົນ, ເມື່ອທຽບໃສ່ລະດັບ 42 ລ້ານຄົນໃນໄລຍະຕົ້ນປີ 2021. 
ສ​ປ​ຊ ກ່າວ​ເຕືອ​ນ​ສະ​ພາບ​ອ​ຶດ​ຫິວ​ທຸກ​ຍາກ​ເພີ່ມ​ຂຶ້ນ​ໃນ​ປີ 2021 - ảnh 1ຢູ່ Jalalabad, ອາບການິດສະຖານ (ພາບ: AFP/TTXVN)

ວັນທີ 8 ພະຈິກ, ອົງການທັນຍາຫານໂລກ (WFP) ໃຫ້ຮູ້ວ່າ ຈຳນວນຜູ້ທີ່ພວມປະເຊີນໜ້າກັບສະພາບອຶດຫິວທຸກຍາກຢູ່ 43 ປະເທດໃນໂລກ ໄດ້ເພີ່ມຂຶ້ນເຖິງ 45 ລ້ານຄົນ, ເມື່ອທຽບໃສ່ລະດັບ 42 ລ້ານຄົນໃນໄລຍະຕົ້ນປີ 2021. ອົງການທັນຍາຫານໂລກ ໄດ້ກ່າວເຕືອນໃຫ້ເອົາໃຈໃສ່ສະພາບການອຶດຫິວທຸກຍາກຢູ່ ອາບການິດສະຖານ, ເອທີໂອປີ, ໄຮຕີ, ໂຊມາລີ, ອັງໂກລາ, ເຄນຢາ ແລະ ບູຣັນດີ.

        ກ່າວຄໍາເຫັນພາຍຫຼັງສິ້ນສຸດການເດີນທາງໄປປະຕິບັດງານຢູ່ ອາບການິດສະຖານ, ທ່ານ David Beasley ຜູ້ອຳນວຍການຝ່າຍບໍລິຫານອົງການ WFP ໃຫ້ຮູ້ວ່າ ປະຊາຊົນນັບສິບລ້ານຄົນພວມປະເຊີນໜ້າກັບຄວາມສ່ຽງຂາດສະບຽງອາຫານ. ການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ - 19 ແມ່ນສາຍເຫດທີ່ເຮັດໃຫ້ຈຳນວນຜູ້ອຶດຫິວເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ