ສປຊ ຈະບ່ອນບັດກ່ຽວກັບ ຮ່າງມະຕິຂອງຢູແກຼນ ຮຽກຮ້ອງບໍ່ຮັບຮອງກ.ຣືມ ຂຶ້ນກັບລັດເຊຍ

ສປຊ ຈະບ່ອນບັດກ່ຽວກັບ ຮ່າງມະຕິຂອງຢູແກຼນ ຮຽກຮ້ອງບໍ່ຮັບຮອງກ.ຣືມ ຂຶ້ນກັບລັດເຊຍ - ảnh 1
(ພາບປະກອບ)

(vovworld) - ຕາມ​​ແຜນການ, ວັນ​ທີ 27/03, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈະຈັດການ​ປ່ອນ​ບັດ​ຮ່າງ​ມະຕິ​ໂດຍ ຢູ​ແກຼມ ຍື່ນ​ສະ​ເໜີ, ​ໃນ​ນັ້ນ​ຮຽກຮ້ອງ​ບໍ່​ຮັບ​ຮອງ ກ.ຣືມ ​ຊຶ່ງ​ແມ່ນ​ແຫຼມ​ຂຶ້ນ​ກັບ ​ຢູ​​ແກຼມ ​​ໂຮມ​ເຂົ້າສະຫະພັນ​ລັດ​ເຊຍ. ​ເອກະສານ ຄ້າຍຄື​ກັບ​ຮ່າງ​ມະຕິ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເຊິ່ງລັດ​ເຊຍ ປະຕິ​ເສດ​ເມື່ອ​ວັນ​ທີ 19/03, ຢືນຢັນ​ການລົງ​ປະຊາ​ມະຕິຢູ່ ກ.ຣືມ ​ເມື່ອ​ວັນ​ທີ 16/03 ຜ່ານ​ມາ ບໍ່​ມີ​ຜົນ​ສັກສິດ ​ແລະ ບໍ່​​ອາດແມ່ນ​ຫຼັ​ຖານ​ໃຫ້​ບໍ່​ວ່າການ​ປ່ຽນ​ແບ່ງ​ລະບຽບການ​ໃດໆ​ຂອງ​ກ.ຣືມ. ຮ່າງ​ກົດໝາຍ​ກໍ່​ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ ​ແລະ ອົງການ​ສາກົນ​ບໍ່​ຮັບຮອງ​ບໍ່​ວ່າການ​ປ່ຽນ​ແປ່​ງລະບຽບ​ການ​ໃດໆຂອງ​ກ.ຣືມ ​ແລະ ນະຄອນ Sevastopol ບົນ​ພື້ນຖານ​ການ​​ລົງປະຊາ​ມະຕິ ​ແລະ ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໃດໆ ​ເພື່ອ​ແນ​ໃສ່​ເຜີຍ​ແຜ່​ລະບຽບການ​ນັ້ນ.

ຂ່າວ/ບົດ​ອື່ນ