ສ​ປ​ຊ ຖະ​ແຫຼງ​ຮັກ​ສາ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ສປຊ ໄດ້ຖະແຫຼງວ່າ ຈະບໍ່ຢຸດຕິການຊ່ວຍເຫຼືອໃຫ້ແກ່ ອາບການິດສະຖານ ເຖິງແມ່ນວ່າ ອຳນາດການປົກຄອງ ຕາລີບານ ຫ້າມແມ່ຍິງເຮັດວຽກງານຊ່ວຍເຫຼືອຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້.
ສ​ປ​ຊ ຖະ​ແຫຼງ​ຮັກ​ສາ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່ ອາບ​ກາ​ນິດ​ສະ​ຖານ - ảnh 1(ພາບປະກອບ:  AFP/TTXVN)

ວັນທີ 29 ທັນວາ, ສປຊ ໄດ້ຖະແຫຼງວ່າ ຈະບໍ່ຢຸດຕິການຊ່ວຍເຫຼືອໃຫ້ແກ່ ອາບການິດສະຖານ ເຖິງແມ່ນວ່າ ອຳນາດການປົກຄອງ ຕາລີບານ ຫ້າມແມ່ຍິງເຮັດວຽກງານຊ່ວຍເຫຼືອຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້.

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Ramiz Alakbarov ຜູ້ປະສານງານ ສປຊ ປະຈຳ ອາບການິດສະຖານ ຢັ້ງຢືນວ່າ ຜູ້ປະສານງານໃນວຽກງານຊ່ວຍເຫຼືອສຸກເສີນຂອງ ສປຊ ແລະ ບັນດາເຈົ້າໜ້າທີ່ມີຄວາມຮັບຜິິດຊອບຂອງ ສປຊ ຈະໄປຍັງ ອາບການິດສະຖານ ໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຊ່ວຍເຫຼືອມະນຸດສະທຳກັບອຳນາດການປົກຄອງ ຕາລີບານ. ຕາມທ່ານແລ້ວ, ວິທີດີທີ່ສຸດເພື່ອຊອກຫາມາດຕະການແກ້ໄຂນັ້ນ ບໍ່ແມ່ນການກໍ່ຄວາມກົດດັນ ຫາກແມ່ນການເຈລະຈາກັບອຳນາດການປົກຄອງ ຕາລີບານ.


 

ຕອບກັບ

ຂ່າວ/ບົດ​ອື່ນ