ສ​ປ​ຊ: ບໍ່​ມີ​ສັນ​ຍານ​ຊີ້​ໃຫ້​ເຫັນ​ວ່າ ບັນ​ດາ​ຝ່າຍ ຢູ່​ຊູ​ດັງ ກຽມ​ພ້ອມ​ເຈ​ລະ​ຈາ ຢ່າງ​​ຈິງ​​ຈັງ

(VOVWORLD) -ຄຳສັ່ງຢຸດຍິງ ໂດຍ ອາເມລິກາ ແລະ ອາຣັບບີ ຊະອຸດິ ເປັນປະເທດກາງໄກ່ເກ່ຍໃຫ້ບັນດາຝ່າຍສູ້ຢັນກັນຢູ່ ຊູດັງນັ້ນ ແມ່ນບໍ່ມີສັນຍານຊີ້ໃຫ້ເຫັນວ່າ ບັນດາຝ່າຍປະທະກັນ ພອ້ມແລ້ວທີ່ຈະເຈລະຈາຢ່າງເອົາຈິງເອົາຈັງ.
ສ​ປ​ຊ: ບໍ່​ມີ​ສັນ​ຍານ​ຊີ້​ໃຫ້​ເຫັນ​ວ່າ ບັນ​ດາ​ຝ່າຍ ຢູ່​ຊູ​ດັງ ກຽມ​ພ້ອມ​ເຈ​ລະ​ຈາ ຢ່າງ​​ຈິງ​​ຈັງ - ảnh 1ການປະທະກັນລະຫວ່າງກຳລັງກອງທັບ ຊູດັງ ແລະ ກຳລັງ RSF (ພາບ: AFP/TTXVN)

ວັນທີ 25 ເມສາ, ທູດພິເສດ ສປຊ ຮັບຜິດຊອບບັນຫາ ຊູດັງ ທ່ານ Volker Perthes ໃຫ້ຂໍ້ສັງເກດວ່າ ຄຳສັ່ງຢຸດຍິງ ໂດຍ ອາເມລິກາ ແລະ ອາຣັບບີ ຊະອຸດິ ເປັນປະເທດກາງໄກ່ເກ່ຍໃຫ້ບັນດາຝ່າຍສູ້ຢັນກັນຢູ່ ຊູດັງນັ້ນ ແມ່ນບໍ່ມີສັນຍານຊີ້ໃຫ້ເຫັນວ່າ ບັນດາຝ່າຍປະທະກັນ ພອ້ມແລ້ວທີ່ຈະເຈລະຈາຢ່າງເອົາຈິງເອົາຈັງ. ຕາມທ່ານແລ້ວ, ທັງສອງຝ່າຍ ຢູ່ ຊູດັງ ລ້ວນແຕ່ຄິດເຖິງເລື່ອງຍາດໄດ້ໄຊຊະນະດ້ານການທະຫານ. ນີ້ແມ່ນການຄິດໄລ່ທີ່ຜິດພາດ. ການເຄື່ອນຍ້າຍນາຍທະຫານ ແລະ ການປະທະກັນສືບຕໍ່ເກີດຂຶ້ນ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເອີ້ນທຸກສິ່ງທີ່ເກີດຂຶ້ນຢູ່ ຊູດັງ ແມ່ນ “ຄວາມເຈັບແສບ” ແລະ ການຍາດເອົາສິດອຳນາດເຮັດໃຫ້ອະນາຄົດຂອງ ຊູດັງ ປະສົບກັບຄວາມສ່ຽງ ແລະ ເຮັດໃຫ້ປະຊາຊົນປະເທດນີ້ທຸກລະທົມ. ປັດຈຸບັນ, ບັນດາພະນັກງານ ສປຊ ໄດ້ຍົກຍ້າຍອອກຈາກ ນະຄອນຫຼວງ Khartoum ແລ້ວ ແລະ ສປຊ ມີແຜນການສ້າງຕັ້ງສູນ ຢູ່ທ່າກ່ຳປັ່ນ Sudan (Port Sudan) ເພື່ອສືບຕໍ່ເຮັດວຽກຢູ່ປະເທດນີ້ ເຊິ່ງເປັນບ່ອນທີ່ມີປະຊາຊົນນັບສິບລ້ານຄົນພວມຕ້ອງການໄດ້ຮັບການຊ່ວຍເຫຼືອມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ