ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​​​ຕໍ່ຄວາມ​ສ່ຽງຢູ່​ເຂດ​ທະ​ເລ​ແດງ ເພີ່ມ​ຂຶ້ນ ພາຍຫຼັງ ອາ​ເມ​ລິ​ກາ ແລະ ອັງ​ກິດ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາ​ງ​ອາ​ກາດ​ແນ​ໃສ່ Houthi

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນຕື່ມອີກ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລແດງ ກໍຄືຂອງພາກພື້ນ.
ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​​​ຕໍ່ຄວາມ​ສ່ຽງຢູ່​ເຂດ​ທະ​ເລ​ແດງ ເພີ່ມ​ຂຶ້ນ ພາຍຫຼັງ ອາ​ເມ​ລິ​ກາ ແລະ ອັງ​ກິດ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາ​ງ​ອາ​ກາດ​ແນ​ໃສ່ Houthi - ảnh 1ທີ່ ເຢແມນ ໃນວັນທີ 12/1/2024 (ພາບ: AFP/TTXVN)

ວັນທີ 12 ມັງກອນ ສປຊ, ໃຫ້ຮູ້ວ່າ ອົງການນີ້ “ມີຄວາມວິຕົກກັງວົນທີ່ສຸດ” ກ່ຽວກັບສະພາບເຄັ່ງຕຶງທີ່ເພີ່ມຂຶ້ນພາຍຫຼັງທີ່ເຮືອບິນສູ້ຮົບ, ກ່ຳປັ່ນ ແລະ ກ່ຳປັ່ນດຳນ້ຳລຳຕ່າງໆຂອງ ອາເມລິກາ ແລະ ອັງກິດ ດຳເນີນບັ້ນບຸກໂຈມຕີທາງອາກາດນັບສິບຄັ້ງຢູ່ທົ່ວ ເຢແມນ ໃນຕອນກາງຄືນ ເພື່ອແນໃສ່ໂຕ້ຕອບກຳລັງ Houthi ຍ້ອນວ່າ ໃນຫຼາຍເດືອນຜ່ານມາໄດ້ບຸກໂຈມຕີກ່ຳປັ່ນຂົນສົ່ງທີ່ເຄື່ອນໄຫວຢູ່ທະເລແດງ. ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າມີຄວາມວິຕົກກັງວົນທີ່ສຸດ ຕໍ່ເລື່ອງຄວາມສ່ຽງທີ່ວ່າຄວາມເຄັ່ງຕຶງຈະເພີ່ມຂຶ້ນ ກໍຄືບັນດາຜົນກະທົບຂອງມັນຕໍ່ທົ່ວພາກພື້ນ. ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນຕື່ມອີກ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລແດງ ກໍຄືຂອງພາກພື້ນ”.


ຕອບກັບ

ຂ່າວ/ບົດ​ອື່ນ