ສປຊ ສະໜັບສະໜູນຄໍາ​ສະ​ເໜີຂອງ​ລັດ​ເຊຍ ກ່ຽວກັບ​ການ​ສ້າງ​ຕັ້ງ​ກົດ​ບັດ​ວ່າ​ດ້ວຍ​ອາດຊະຍາກໍາ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ແນັດ

(VOVWORLD) - ວັນທີ 27 ທັນວາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາຄໍາສະເໜີຂອງລັດເຊຍ ກ່ຽວກັບການຮຽບຮຽງກົດບັດວ່າດ້ວຍອາດຊະຍາກໍາທາງເຄືອຂ່າຍອິນເຕີແນັດສະບັບໃໝ່.
ສປຊ ສະໜັບສະໜູນຄໍາ​ສະ​ເໜີຂອງ​ລັດ​ເຊຍ ກ່ຽວກັບ​ການ​ສ້າງ​ຕັ້ງ​ກົດ​ບັດ​ວ່າ​ດ້ວຍ​ອາດຊະຍາກໍາ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ແນັດ - ảnh 1(ພາບປະກອບ: The Nation)

       ມະຕິດັ່ງກ່າວ ໄດ້ຮັບການສະໜັບສະໜູນຂອງ ຈີນ ດ້ວຍການຄາດຄະເນຈະສ້າງຕັ້ງຄະນະກໍາມະການນັກຊ່ຽວຊານສາກົນໃນປີ 2020. ມະຕິສະບັບດັ່ງກ່າວ ຊີ້ແຈ້ງວ່າ ຄະນະກໍາມະການດັ່ງກ່າວຈະຄົ້ນຄວ້າຮຽບຮຽບ “ກົດບັດສາກົນຮອບດ້ານ ເພື່ອແນໃສ່ສະກັດກັ້ນການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຄອມພິວເຕີ ຮັບໃຊ້ຈຸດປະສົງຂອງອາດຊະຍາກໍາ”. 

ຕອບກັບ

ຂ່າວ/ບົດ​ອື່ນ