ສ​ປ​ຊ ຮຽກ​ຮ້ອງ​ບ້ວງ​ເງິນ​ໜູນ​ຊ່ວຍ​ຮີບ​ດ່ວນ​ໃຫ້​ແກ່​ລີ​ບີ

(VOVWORLD) - ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ ຈະສະໜອງເງິນໜູນຊ່ວຍທີ່ມູນຄ່າ 2 ລ້ານ USDໃຫ້ແກ່ຜູ້ປະສົບເຄາະຮ້າຍ ໄພພິບັດຢູ່ລີບີ ຄັ້ງນີ້.
ສ​ປ​ຊ ຮຽກ​ຮ້ອງ​ບ້ວງ​ເງິນ​ໜູນ​ຊ່ວຍ​ຮີບ​ດ່ວນ​ໃຫ້​ແກ່​ລີ​ບີ - ảnh 1ພາບປະກອບ: TTXVN

ວັນທີ 14 ກັນຍາ, ສປຊ ຮຽກຮ້ອງໃຫ້ບັນດານັກອຸປະຖຳສະໜອງບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 71,4 ລ້ານ USD ເພື່ອຊ່ວຍລີບີ ແກ້ໄຂຜົນຮ້າຍ ທີ່ຕາມມາເຊິ່ງເກີດຈາກ ໄພພິບັດນ້ຳຖ້ວມ ໂດຍພະຍຸ Daniel ກໍ່ຂຶ້ນ ຢູ່ປະເທດນີ້ ໃນວັນທີ 10 ກັນຍາ. ຕາມ ສປຊ ແລ້ວ, ຈຳນວນຜູ້ຖືກຜົນສະທ້ອນຈາກໄພພິບັດນ້ຳຖ້ວມ ເພີ່ມຂຶ້ນເຖິງ ປະມານ 884.000 ຄົນ ແລະ ຈຳນວນເງິນໜູນຊ່ວຍດັ່ງກ່າວ ອາດຈະຊ່ວຍສະໜອງສິ່ງຂອງທີ່ຈຳເປັນໃນຊີວິດປະຈຳວັນ ແລະ ສະຖານທີ່ພັກເຊົາຊົ່ວຄາວ ໃຫ້ແກ່ ຜູ້ຖືກຜົນສະທ້ອນປະມານ 250.000 ຄົນໃນໄລຍະ 3 ເດືອນຈະມາເຖິງ. ແລະກໍ່ໃນວັນດຽວກັນ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ ຈະສະໜອງເງິນໜູນຊ່ວຍທີ່ມູນຄ່າ 2 ລ້ານ USDໃຫ້ແກ່ຜູ້ປະສົບເຄາະຮ້າຍ ໄພພິບັດຢູ່ລີບີ ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ