ສ​ປ​ຊ ເລັ່ງ​ທວງ G20 ຕ້ອງ​ມີ​ການ​ກະ​ທຳ​ຢ່າງ​ແຮງ​ກ່​ວາ​ອີກ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ທ່ານ Antonio Guterres ໄດ້ເນັ້ນໜັກວ່າ ບັນດາປະເທດມະຫາອຳນາດໃນໂລກພວມເກີດຄວາມສົງໄສກັນ, ພ້ອມທັງສະແດງຄວາມຫວັງວ່າ ກອງປະຊຸມທີ່ຈະດຳເນີນໃນ 2 ວັນ ທີ່ຈະມາເຖິງນີ້ ຈະຊ່ວຍແກ້ໄຂສິ່ງກີດຂວາງນັ້ນ
ສ​ປ​ຊ ເລັ່ງ​ທວງ G20 ຕ້ອງ​ມີ​ການ​ກະ​ທຳ​ຢ່າງ​ແຮງ​ກ່​ວາ​ອີກ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວເຕືອນວ່າ ໂລກ ພວມປະເຊີນໜ້າກັບໄພພິບັດຢ່າງແຮງຂອງດິນຟ້າອາກາດ, ພ້ອມທັງເນັ້ນໜັກວ່າ ການນຳບັນດາປະເທດທີ່ຮັ່ງມີ ທີ່ຂຶ້ນກັບກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຄວນມີການກະທຳຫຼາຍກ່ວາອີກໃນຂົງເຂດຕ່າງໆ ເພື່ອ ຊ່ວຍບັນດາປະເທດທຸກຍາກກ່ວາ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ ກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດ G20 ຢູ່ Rome (ປະເທດ ອີຕາລີ), ທ່ານ Antonio Guterres ໄດ້ເນັ້ນໜັກວ່າ ບັນດາປະເທດມະຫາອຳນາດໃນໂລກພວມເກີດຄວາມສົງໄສກັນ, ພ້ອມທັງສະແດງຄວາມຫວັງວ່າ ກອງປະຊຸມທີ່ຈະດຳເນີນໃນ 2 ວັນ ທີ່ຈະມາເຖິງນີ້ ຈະຊ່ວຍແກ້ໄຂສິ່ງກີດຂວາງນັ້ນ, ທ່ານເລຂາທິການໃຫຍ່ ສປຊ ກໍ່ຮຽກຮ້ອງໃຫ້ G20 ຄວນ ປະກອບ ເງິນເຂົ້າກອງທຶນອຸປະຖຳໃຫ້ແກ່ ປະເທດທຸກຍາກຕື່ມອີກ, ໂດຍຜ່ານການລົບລ້າງໜິ້ສິນ ແລະ ເພີ່ມທະວີຄວາມສາມາດໄດ້ສຳຜັດກັບແຫຼ່ງສະໜອງວັກຊິນກັນໂຄວິດ - 19 ຂອງ ປະເທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ