ສປຊປະກາດບົດລາຍງານທຳອິດກ່ຽວກັບຄວາມມານະພະຍາຍາມຕ້ານIS

ສປຊປະກາດບົດລາຍງານທຳອິດກ່ຽວກັບຄວາມມານະພະຍາຍາມຕ້ານIS - ảnh 1
(ພາບປະກອບຈາກ Reuters)

(vovworld) – ​ ​ ​​ໃນ​ສະພາບ​ການ​ກຳລັງ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ພວມ​ມີ​ການ​ປັບປຸງ​​ໃຫ້​ແທດເໝາະ​​ກັບ​ສະພາບ​ການ​ໃໝ່ ​ແລະ ຍັງ​ສືບ​ຕໍ່​ມີ​ບັນດາ​ນັກຮົບ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຖັນ​ແຖວ​ຂອງ​ພວກ​ມັນ, ບັນດາ​ປະ​ເທດ​ສະມາ​ຊິກ ສປຊ ຕ້ອງ​ວາງ​ອອກ​ວິທີ​ການ​ຮັບ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ​ໃນ​ນັ້ນ​ລວມມີ​ການ​ແກ້​ໄຂ​ບັນດາ​ສາຍເຫດທາງ​ດ້ານການ​ເມືອງ ​ແລະ ​ເສດຖະກິດ - ສັງຄົມ​ຂອງ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ, ພິ​ເສດ​ແມ່ນ​ຢູ່ ຊີຣີ ​ແລະ ລີ​ບີ. ທ່ານ​ຮອງ​ເລຂາທິການ​ໃຫຍ່​ຮັບຜິດ​ຊອບ​ບັນດາ​ບັນຫາ​ການ​ເມືອງ Jeffrey Feltman ​ໄດ້​ຍົກ​ອອກ​ຂໍ້​ສະຫລຸບ​ດັ່ງກ່າວ​ໃນ​ການ​ລາຍ​ງານ​ຄັ້ງທຳ​ອິດ​ຢູ່ ສະພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ສປຊ ​ເພື່ອ​ຕ້ານ​ຄື​ນ IS ​ແລະ ບັນດາ​ສາຂາ​ຂອງ​ມັນ. ​ໃນ​ການ​ລາຍ​ງານ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ສປຊ, ທ່ານ Feltman ​ໄດ​້​ຊີ້​ແຈ້ງ​​ເຖິງ​ການ​ພົບ​ເຫັນ​ບາງ​ປະການ​ທີ່ສຳຄັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງ IS. ບົດ​ລາຍ​ງານ​ເນັ້ນ​ໜັກ​ວ່າ: ການ​ຮັບ​ມື​ຕໍ່​ໄພ​ນາບ​ຂູ່  IS ​ແມ່ນ​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ ສປຊ ​ແລະ ບັນດາ​ອົງການ​ສາກົນ. ດັ່ງ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ ສປຊ ຕ້ອງ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສືບ​ລາຊະການ​ລັບ, ປະຕິບັດ​ບັນດາ​ມະຕິ​ກ່ຽວ​ຂ້ອງ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ປັບປຸງ​ການ​ສົມທົບ​ກັບ​ພາກເອກະ​ຊົນ ​ເພື່ອ​ຮັບ​ມື​ກັບ​ໄພ​ນາບຂູ່ IS.

 


ຂ່າວ/ບົດ​ອື່ນ