ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) - ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 2 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງວັດຖຸທີ່ຖືກສົງໄສວ່າແມ່ນລູກສອນໄຟນຳວິຖີ ແລະ ມາຮອດປະຈຸບັນຍັງບໍ່ທັນມີຂ່າວຄາວກ່ຽວກັບຄວາມເສຍຫາຍຈາກເຫດຍິງລູກສອນໄຟນີ້.
ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1
                                      ສື່ມວນຊົນ ສ ເກົາຫຼີ ໃຫ້ຂ່າວກ່ຽວກັບເຫດການ
                                                          (ພາບ: AP)

ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນອອກສູ່ເຂດທະເລທາງທິດຕາເວັນອອກແຫຼມ ເກົາຫຼີ ໃນຮຸ່ງເຊົ້າວັນທີ 2 ເມສາ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 2 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງວັດຖຸທີ່ຖືກສົງໄສວ່າແມ່ນລູກສອນໄຟນຳວິຖີ ແລະ ມາຮອດປະຈຸບັນຍັງບໍ່ທັນມີຂ່າວຄາວກ່ຽວກັບຄວາມເສຍຫາຍຈາກເຫດຍິງລູກສອນໄຟນີ້. ລູກສອນໄຟອາດຈະຕົກຢູ່ນອກເຂດເສດຖະກິດພິເສດ (EEZ) ຂອງ ຍີ່ປຸ່ນ ໃນເວລາ 7 ໂມງ 04 ນາທີ (ຕາມເວລາ ຍີ່ປຸ່ນ). ຜູ້ນຳ ລັດຖະບານ ຍີ່ປຸ່ນ ສະແດງຄວາມວິຕົກກັງວົນວ່າ ສິ່ງດັ່ງກ່າວສົ່ງຜົນກະທົບເຖິງສະພາບຄວາມໝັ້ນຄົງພາກພື້ນ ແລະ ຂອງຍີ່ປຸ່ນ. ໂຕກຽວໃຫ້ຮູ້ວ່າ: ຈະມານະພະຍາຍາມຮ່ວມມືກັບບັນດາປະເທດ ຄື: ອາເມລິກາ, ສ ເກົາຫຼີ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ.

        ໃນຂະນະນັ້ນ, ສະພາຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ (JCS) ໃຫ້ຮູ້ວ່າ: ກອງທັບປະເທດນີ້ໄດ້ເພີ່ມທະວີການຕິດຕາມກວດກາ ແລະ ກ່າວເຕືອນ ເພື່ອກະກຽມຮັບມືກັບບັນດາການຍິງຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ