ສປປ ເກົາຫຼີ ຢັ້ງຢືນການຍິງດາວທຽມສອດແນມ

(VOVWORLD) - ການຍິງດາວທຽມໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ ຢູ່ປ້ອມຍິງດາວທຽມ Sohae, ຈັດຂຶ້ນພາຍຫຼັງການຍິງດາວທຽມຄັ້ງທຳອິດຂອງ ສປປ ເກົາຫຼີ ທີ່ປະລາໄຊ ໃນທ້າຍເດືອນພຶດສະພາພຽງ 3 ເດືອນ.
ສປປ ເກົາຫຼີ ຢັ້ງຢືນການຍິງດາວທຽມສອດແນມ - ảnh 1(ພາບປະກອບຈາກ Yonhap/TTXVN)

 

ຕອນເຊົ້າວັນທີ 24 ສິງຫາ, ສປປ ເກົາຫຼີ ໃຫ້ຮູ້ວ່າ: ຄວາມມານະພະຍາຍາມຍິງດາວທຽມສອດແນມຄັ້ງທີ 2 ຂອງເຂົາເຈົ້າໄດ້ສິ້ນສຸດລົງດ້ວຍຄວາມປະລາໄຊ, ຍ້ອນສາຍເຫດ “ເກີດບັນຫາດ້ານລະບົບຍິງສຸກເສີນ ໃນໄລຍະບິນທີສາມ”. ອົງການການບິນ ອາວະກາດແຫ່ງຊາດ ສປປ ເກົາຫຼີ ມີແຜນການສືບສວນຫາສາຍເຫດທີ່ເກີດເຫດການດັ່ງກ່າວ.

        ການຍິງດາວທຽມໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ ຢູ່ປ້ອມຍິງດາວທຽມ Sohae, ຈັດຂຶ້ນພາຍຫຼັງການຍິງດາວທຽມຄັ້ງທຳອິດຂອງ ສປປ ເກົາຫຼີ ທີ່ປະລາໄຊ ໃນທ້າຍເດືອນພຶດສະພາພຽງ 3 ເດືອນ.

         ກ່ອນໜ້ານັ້ນ, ໃນວັນດຽວກັນ, ຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ ໃຫ້ຮູ້ວ່າ: ໄດ້ພົບເຫັນການຍິງວັດຖຸບິນເຊິ່ງ ເຊີອຸນ ເອີ້ນວ່າ ຍານພາຫະນະຍິງເຂົ້າວົງໂຄຈອນຈາກເຂດ Tongchang-ri ຂອງ ສປປ ເກົາຫຼີ ໃນເວລາ 3 ໂມງ 50 ນາທີຂອງວັນທີ 24 ສິງຫາ (ຕາມເວລາທ້ອງຖິ່ນ). ວັດຖຸບິນນີ້ໄດ້ບິນຜ່ານເຂດທະເລສາກົນຢູ່ທາງທິດຕາເວັນຕົກຂອງ Ieodo, ຫ່າງຈາກເກາະ Jeju 149 ກມ ໄປທາງທິດຕາເວັນຕົກສ່ຽງໃຕ້. ເຫດການຍິງດາວທຽມຂອງ ສປປ ເກົາຫຼີ ດຳເນີນໃນສະພາບການການຊ້ອມຮົບຮ່ວມລະຫວ່າງກອງທັບ ສ ເກົາຫຼີ ແລະ ອາເມລິກາ ທີ່ມີຊື່ວ່າ Ulchi ໄດ້ດຳເນີນແຕ່ວັນທີ 22 ສິງຫາ. ສປປ ເກົາຫຼີ ໄດ້ຕຳໜິຕິຕຽນວ່າການຊ້ອມຮົບດັ່ງກ່າວແມ່ນການກະທຳເກາະຜິດດ້ານການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ