ສປປ ເກົາຫຼີ ແລະ ລັດເຊຍ ປຶກສາຫາລື ສະພາບຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ

ສປປ ເກົາຫຼີ ແລະ ລັດເຊຍ ປຶກສາຫາລື ສະພາບຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ - ảnh 1
ທ່ານ Han Sung – ryol, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ
(ພາບ: AP/TTXVN)

(vovworld) - ​​​​​ວັນ​ທີ 30/4, ສຳ​ນັກ​ຂ່າວ​ສານ ສ​ປ​ປ ເກົາຫຼີ (KCNA) ໃຫ້​ຮູ້​ວ່າ: ທ່ານ Han Sung – ryol, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ ມີ​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ Alexander Matsegola ຢູ່ ພຽງ​ຢາງ ເພື່ອ​ພ້ອມ​ກັນ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ ໃນ​ປະ​ຈຸ​ບັນ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ Han Sung – ryol ໃຫ້​ຮູ້​ວ່າ: ສ​ປ​ປ ເກົາຫຼີ ​ຄັດ​ຄ້ານບັນ​ດາ​ກົນ​ອຸ​ບາຍ​ເພີ່ມ​ທະ​ວີ​ກຳ​ລັງ​ອາ​ວຸດ​ຍຸດ​ທະ​ສາດ ແລະ  ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ພວມ​ຖື​ກ​ດຳ​ເນີນ​ເພື່ອ​ຕ້ານ​ຄືນ​ປະ​ເທດນີ້ ແລະ ຖື​ນັ້ນ​ແມ່ນ​ສາ​ຍ​ເຫ​ດ​ພາ​ໄປ​ເຖິງ​ຄວາ​ມ​ເຄັ່ງ​ຕຶງ​ໃນ​ແຫຼ​ມ ເກົາຫຼີ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Han Sung – ryol ສະ​ແດງຫຼັກ​ໝັ້ນ​ຢ່າ​ງ​ຈະ​ແຈ້ງວ່າ ຕໍ່​ໜ້າ​ໄພ​ນາບ​ຂູ່​ບຸກ​ໂຈມ​​ຕີ​ດ້ວຍ​ອາ​ວຸດນິວ​ເຄຼຍ​ຂອງ ອາ​ເມ​ລິ​ກາ, ສ​ປ​ປ ເກົາຫຼີ ຈະ​ສືບ​ຕໍ່​ເລືອກ​ເຟັ້ນ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ນິວ​ເຄຼຍ ເພື່ອ​ປົກ​ປ້ອງ​ສັນ​ຕິ​ພາບ ແລະ ອ​ະ​ທິ​ປະ​ໄຕ​ຂ​ອງ ສ​ປ​ປ ເກົາຫຼີ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Alexander Matsegola ໄດ້​ສະ​ແດງ​ການ​ແບ່ງ​ປັນຫຼັກ​ໝັ້ນ​ຂອງ ສ​ປ​ປ ເກົາຫຼີ ແລະ ປາ​ດ​ຖະ​ໜາ​ຢາກ​ໃຫ້​ສະ​ພາບ​ການ​ໃນ​ແຫຼມ ເກົາຫຼີ ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງໂດຍ​ໄວ.


ຕອບກັບ

ຂ່າວ/ບົດ​ອື່ນ