ສປປ ເກົາຫລີ ຕິດຕັ້ງດາວທຽມ ເທິງລູກສອນໄຟ

  ສປປ ເກົາຫລີ ຕິດຕັ້ງດາວທຽມ    ເທິງລູກສອນໄຟ - ảnh 1
ຄະນະນັກຂ່າວສານກົນ ລົງກວດກາການກະກຽມຍິງດາວທຽມ
ພາບ:internet


(vovworld) -  ວັນ​ທີ 10/4 ສຳນັກ​ຂ່າວສານ AFP ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Ryu Hum Chol ຫົວຫນ້າ​ກົມ​ພັດທະນາ​ຍ່ານ​ເວຫາ ສັງ​ກັດ​ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ ສປປ ​ເກົາຫລີ ​ໃຫ້​ຮູ້​ວ່າ: ວັນ​ທີ 10/4 ພຽງ​ຢາງ ຈະ​ຕິດ​ຕັ້ງ​ດາວ​ທຽມ​ເທິງ​ລູກ​ສອນ​ໄຟ​ສຳ​ເລັດ. ກ່ອນ​ຫນ້າ​ນັ້ນ ປະ​ເທດ​ນີ້ ​ໄດ້​ຈັດ​ຕັ້ງ​ຄະນະ​ນັກ​ຂ່າວ​ສາກົນ​ລົງ​ກວດກາ​ວິວັດ​ການ​ກະກຽມ​ໃຫ້​ແກ່​ກໍລະນີ​ຍິງ​ດາວ​ທຽມ​ສັງ​ເກດ​ຫນ່ວຍ​ໂລກ​ຢູ່​ປ້ອມ​ດາວ​ທຽມ Sohae ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ ສປປ ​ເກົາຫລີ. ຄະນະ​ນັກ​ຂ່າວ​ກໍ​ໄດ້​ພາ​ໄປ​ເຖິງ​ສູນ​ອາ​ວະ​ກາດTongchang ri ​ເພ່ືອ​ເຫັນ​ປະຈັກ​ຕາ​ລູກ​ສອນ​ໄຟ Unha 3  ຊຶ່ງ​ຕາມ​ຝ່າຍ ສປປ ​ເກົາຫລີ ​ແລ້ວ ນັ້ນ​ບໍ່​ແມ່ນ​ລູກ​ສອນ​ໄຟ​ນຳ​ວິຖີ​ຄື​ດັ່ງ​ຄຳ​ກ່າວ​​​ຜູກ​ໂທດ​ຂອງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ.

​ໃນ​ວັນ​ດຽວ​ກັນ, ທ່ານ Leon Paneta ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ແລະ ຄູ່​​ຕຳ​ແຫນ່​ງ ສ​ເກົາຫລີ Kim Kwan Jin ​ໄດ້​ມີ​ການ​ພົບ​ປະ, ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ​ເພື່ອ​ປົກ​ປັກ​ຮັກສາ ​ເຊີ​ອູ​ນ ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​​ເພີ່ມ​ຂຶ້ນ​ຍ້ອນ​ແຜນການ​ຍິງ​ດາວ​ທຽມ​ຂອງ ສປປ ​ເກົາຫລີ.

 

ຕອບກັບ

ຂ່າວ/ບົດ​ອື່ນ