ສປປ ເກົາຫລີກະກຽມຍິງທົດລອງລູກສອນໄຟນຳວິຖີ

(VOVWORLD) -ວັນທີ 14 ຕຸລາ, ສື່ມວນຊົນສເກົາຫລີ ໄດ້ໃຫ້ຂ່າວວ່າ ສປປເກົາຫລີ ອາດຈະພວມກຽມພ້ອມໃຫ້ແກ່ການຍິງທົດລອງລູກສອນໄຟນຳວິຖີກ່ອນທີ່ການຊ້ອມຮົບຮ່ວມຂອງ ອາເມລິກາ ແລະ ສເກົາຫລີ ຄາດວ່າ ຈະດຳເນີນໃນອາທິດຫນ້າ. 

ສປປ ເກົາຫລີກະກຽມຍິງທົດລອງລູກສອນໄຟນຳວິຖີ - ảnh 1 ປະຊາຊົນ ສເກົາຫລີ ຕິດຕາມຂ່າວກ່ຽວກັບເຫດຍິງທົດລອງລູກສອນໄຟຂອງສປປເກົາຫລີ

ພາບ:AP

. ຫນັງສືພິມ Donga Ilbo ໄດ້ຄັດແຫລ່ງຂ່າວຈາກລັດຖະບານ ສເກົາຫລີ ໃຫ້ຮູ້ວ່າ: ບັນດາຮູບພາບຈາກດາວທຽມໃຫ້ເຫັນວ່າ ມີບໍລິພັນຍິງລູກສອນໄຟຫລາຍເຄື່ອງ ແລະ ລູກສອນໄຟນຳວິຖີພວມຖືກຂົນສົ່ງອອກຈາກສາງ ຊື່ງນອນຢູ່ທາງທິດເຫນືອ ແຂວງ Phyongan ໃກ້ກັບນະຄອນຫລວງ ພຽງຢາງ. ບັນດາເຈົ້າຫນ້າທີ່ການທະຫານ ສເກົາຫລີ ແລະ ອາເມລິກາ ສົງໃສວ່າ ສປປ ເກົາຫລີ ພວມກະກຽມການຍິງລູກສອນໄຟ.

ຕອບກັບ

ຂ່າວ/ບົດ​ອື່ນ