ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟນຳ​ວິ​ຖີ

(VOVWORLD) -ກຳລັງປ້ອງກັນຕົວ ຍີ່ປຸ່ນ ຢັ້ງຢືນວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 1 ລູກ.

ຕອນເຊົ້າວັນທີ 13 ເມສາ, ກອງທັບ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ໃນຕອນເຊົ້າຂອງວັນດຽວກັນ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ ໄປຍັງເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ກຳລັງປ້ອງກັນຕົວ ຍີ່ປຸ່ນ ກໍຢັ້ງຢືນວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 1 ລູກ.

        ການຍິງລູກສອນໄຟດັ່ງກ່າວ ໄດ້ປະຕິບັດພາຍຫຼັງທີ່ 2 ມື້ກ່ອນ, ສຳນັກຂ່າວສານ ສປປ.ເກົາຫຼີ KCNA ປະກາດຂ່າວວ່າ ການນຳປະເທດນີ້, ທ່ານ Kim Jong – un ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປັບປຸງກຳລັງນາບຂູ້, ຖືນີ້ແມ່ນມາດຕະການເພື່ອຄວບຄຸມສະພາບການຢູ່ແຫຼມເກົາຫຼີ ໃຫ້ເຄັ່ງຄັດກວ່າ ເມື່ອຄວາມສະຫງົບປອດໄພ ນັບມື້ນັບເຄັ່ງຕຶງຂຶ້ນ.  


ຕອບກັບ

ຂ່າວ/ບົດ​ອື່ນ