ສປປ.ເກົາຫຼີ ສືບຕໍ່ມ້າງຮື້ເຂດທົດລອງລູກສອນໄຟ Sohae

(VOVWORLD) -ວັນທີ 07 ສິງຫາ, ເວັບໄຊ 38 North ໄດ້ໃຫ້ຂ່າວວ່າ ສປປ.ເກົາຫຼີ ສືບຕໍ່ມ້າງຮື້ເຂດທົດລອງເຄື່ອງຈັກຍິງລູກສອນໄຟ, ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂອງປະເທດນີ້ Kim Jong un ແລະ ທ່ານປະທານາທິບໍດີອາເມລິກາ Donald Trump.

ສປປ.ເກົາຫຼີ ສືບຕໍ່ມ້າງຮື້ເຂດທົດລອງລູກສອນໄຟ Sohae - ảnh 1 ຮູບຖ່າຍຈາກດາວທຽມ

(ພາບ: AFP)

ຕາມແຫ່ງຂ່າວແລ້ວ, ຮູບຖ່າຍຈາກດາວທຽມທີ່ຫາກໍ່ຖ່າຍໃນວັນທີ 03 ສິງຫາ ໄດ້ຊີ້ໃຫ້ເຫັນວ່າ, ວຽກງານມ້າງຮື້ພວມສືບຕໍ່ດຳເນີນຢູ່ສູນຍິງດາວທຽມ Sohae. ບົດຂຽນທີ່ລົງໃນ 38 North ມີຕອນຂຽນວ່າ “ຢູ່ເຂດທົດລອງເຄື່ອງຈັກ ຍິງລູກສອນໄຟ, ໄດ້ຮັບໃຊ້ໃຫ້ບັນດາການທົດລອງແລະ ພັດທະນາເຄື່ອງຈັກຍິງລູກສອນໄຟນຳວິຖີ ແລະ ບັນດາພາຫະນະຍິງຂຶ້ນສູ່ອະວະກາດ, ສປປ.ເກົາຫຼີ ສືບຕໍ່ຖືກມ້າງຮື້.”

        ວັນທີ 23 ກໍລະກົດ, ເວັບໄຊ 38 North ໃຫ້ຮູ້ວ່າ, ສປປ.ເກົາຫຼີ ເບິ່ງຄືວ່າ ໄດ້ເລີ່ມຜັນຂະຫຍາຍການເຄື່ອນໄຫວມ້າງຮື້ບັນດາຮາກຖານສຳຄັນນອນໃນເຂດທົດລອງດັ່ງກ່າວ, ເວັບໄຊນີ້ໃຫ້ຮູ້ວ່າ ບັນດາສ່ວນປະກອບຂອງຖານຍິງກໍ່ຖືກຍົກຍ້າຍ, ແຕ່ບໍ່ຮູ້ວ່າ ການເຄື່ອນໄຫວດັ່ງກ່າວສ່ວນກ່ຽວຂ້ອງເຖິງການມ້າງຮື້ ຫຼື ເປັນການເລີ່ມຕົ້ນໃຫ້ແກ່ການປ່ຽນແປງບາງຢ່າງໃນໂຄງສ້າງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ