ສ​ປ​ປ.ເກົາຫຼີ ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເມືອງ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) -  ສປປ.ເກົາຫຼີ ໄດ້ອະນຸຍາດໃຫ້ພົນລະເມືອງຂອງປະເທດນີ້ ເຊິ່ງພວມອາໄສຢູ່ຕ່າງປະເທດ ໄດ້ກັບຄືນເມືອປະເທດຢ່າງເປັນທາງການ.
ສ​ປ​ປ.ເກົາຫຼີ ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເມືອງ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ​ປະ​ເທດ - ảnh 1ເຮືອບິນຂອງບໍລິສັດ Koryo ຢູ່ສະໜາມບິນສາກົນນະຄອນຫຼວງ ປັກກິງ ວັນທີ 22/8/2023 (ພາບ: AP)

ວັນທີ 27 ສິງຫາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ອະນຸຍາດໃຫ້ພົນລະເມືອງຂອງປະເທດນີ້ ເຊິ່ງພວມອາໄສຢູ່ຕ່າງປະເທດ ໄດ້ກັບຄືນເມືອປະເທດຢ່າງເປັນທາງການ. ຕາມ KCNA ແລ້ວ, ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທີ່ສູນປ້ອງກັນ, ສະກັດກັ້ນໂລກລະບາດສຸກເສີນແຫ່ງລັດ ຂອງ ສປປ.ເກົາຫຼີ (SEEPH) ໄດ້ດັດປັບຂໍ້ຕົກລົງວ່າດ້ວຍການປ້ອງກັນ, ຕ້ານໂລກລະບາດ ໃນສະພາບການໂລກລະບາດທົ່ວໂລກໄດ້ຫຼຸດລົງ ເມື່ອວັນທີ 26 ສິງຫາ ຜ່ານມາ. ເຖິງຢ່າງໃດກໍຕາມ, ຜູ້ຄົນທີ່ກັບຄືນເມືອປະເທດນັ້ນ ຈະໄດ້ “ຕິດຕາມສະພາບການສຸຂະພາບຢູ່ສູນແຍກຕົວໃນເວລາ 1 ອາທິດ”.

ອາທິດກ່ອນ, ສປປ.ເກົາຫຼີ ໄດ້ເຊື່ອມຕໍ່ບັນດາຖ້ຽວບິນການຄ້າກັບ ຈີນ ແລະ ລັດເຊຍ ຄືນໃໝ່ ພາຍຫຼັງໄດ້ປິດປະຕູຊາຍແດນເປັນເວລາກ່ວາ 3 ປີ ຍ້ອນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ