ສປປ.ເກົາຫຼີ ແລະ ລັດເຊຍ ເພີ່ມທະວີການຕິດຕໍ່ພົວພັນຂັ້ນສູງ ແລະ ຮ່ວມມືໃນຫຼາຍຂົງເຂດ

(VOVWORLD) - ການຕິດຕໍ່ພົວພັນຂັ້ນສູງອາດຈະແມ່ນການເດີນທາງໄປຍັງ ນະຄອນຫຼວງມົດສະກູ, ປະເທດ ລັດເຊຍ ຂອງ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ.
ສປປ.ເກົາຫຼີ ແລະ ລັດເຊຍ ເພີ່ມທະວີການຕິດຕໍ່ພົວພັນຂັ້ນສູງ ແລະ ຮ່ວມມືໃນຫຼາຍຂົງເຂດ - ảnh 1ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ເເລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: EXPRESS/TTXVN)

ວັນທີ 17 ມີນາ ສຳນັກຂ່າວສານສູນກາງ ສປປ.ເຫົາຫຼີ (KCNA) ໄດ້ຄັດສະເໜີຂ່າວວ່າ ສປປ.ເກົາຫຼີ ແລະ ລັດເຊຍ ໄດ້ເຫັນດີເປັນເອກະພາບກັນຍູ້ແຮງການຕິດຕໍ່ພົວພັນຂັ້ນສູງ, ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ. ຂໍ້ຕົກລົງດັ່ງກ່າວແມ່ນບັນລຸໄດ້ໃນການພົບປະລະຫວ່າງທ່ານ Im Chon-il ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ ກັບ ຄູ່ຕຳແໜ່ງ ລັດເຊຍ ທ່ານ Igor Morgulov.

KCNA ໄດ້ຊີ້ແຈ້ງວ່າ ທັງສອງຝ່າຍໄດ້ເຫັນດີເພີ່ມທະວີການຕິດຕໍ່ພົວພັນ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງໃນຂົງເຂດການເມືອງ, ຕັ້ງໜ້າຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ ແລະ ມະນຸດສະທຳ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮ່ວມມືກັນໃນການແກ້ໄຂບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ໃນໂລກ. KCNA ໃຫ້ຮູ້ຕື່ມອີກວ່າແຜນການກ່ຽວກັບການແລກປ່ຽນໃນປີ 2019 - 2020 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດໄດ້ຮັບການລົງນາມພາຍຫຼັງສິ້ນ ສຸດການເຈລະຈາ.

        ບັນດານັກສັງເກດການຖືວ່າ: ການຕິດຕໍ່ພົວພັນຂັ້ນສູງອາດຈະແມ່ນການເດີນທາງໄປຍັງ ນະຄອນຫຼວງມົດສະກູ, ປະເທດ ລັດເຊຍ ຂອງ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ