ສປປ.ເກົາຫຼີນາບຂູ່ຜັນຂະຫຍາຍການທົດລອງລະເບີດ H ຢູ່ມະຫາສະມຸດປາຊີຟິກ

(VOVWORLD) -ວັນທີ 22 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong ho ຖືວ່າ, ສປປ.ເກົາຫຼີ ອາດຈະຜັນຂະຫຍາຍການທົດລອງ ລະເບີດ H ມີກຳລັງທຳລາຍແຮງທີ່ສຸດຢູ່ມະຫາສະມຸດປາຊີຟິກ ເພື່ອເປັນປະຕິກິລິຍາ “ຢູ່ໃນລະດັບສູງສຸດ” ຕໍ່ອາເມລິກາ.

ສປປ.ເກົາຫຼີນາບຂູ່ຜັນຂະຫຍາຍການທົດລອງລະເບີດ H ຢູ່ມະຫາສະມຸດປາຊີຟິກ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong ho

(ພາບ: AFP)

ຄຳຖະແຫຼງດັ່ງກ່າວໂດຍທ່ານ Ri Yong ho ຍົກອອກມາພາຍຫຼັງການນຳສປປ.ເກົາຫຼີ Kim Jong Un ໃຫ້ຮູ້ວ່າ, ພວມຊັ່ງຊາບັນດາການກະທຳແຮງທີ່ສຸດເພື່ອ ແນໃສ່ໂຕ້ຕອບການນາບຂູ່ຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີມີຕໍ່ປະເທດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນິວຢອກ, ປະເທດອາເມລິກາ, ທ່ານລັດຖະມົນຕີ Ri Yong ho ຢືນຢັນວ່າ “ນີ້ອາດຈະແມ່ນເຫດທົດລອງລະເບີດ H ໃຫຍ່ກວ່າໝູ່ຢູ່ມະຫາສະມຸດປາຊີຟິກ”, ແຕ່ຍັງບໍ່ທັນຮູ້ແຈ້ງວ່າ ການນຳ Kim Jong Un ຈະອອກຄຳສັ່ງປະຕິບັດການກະທຳດັ່ງກ່າວຄືແນວໃດ.

        ກ່ອນໜ້ານັ້ນ, ການນຳສປປ.ເກົາຫຼີ Kim Jong Un ຢືນຢັນວ່າ, ບັນດາຄຳນາບຂູ່ຂອງທ່ານປະທານາທິບໍດີ Trump ໄດ້ພາໃຫ້ທ່ານເຊື່ອໝັ້ນວ່າ ໂຄງການນິວເຄຼຍຂອງພຽງຢ່າງ ແມ່ນ “ເສັ້ນທາງທີ່ຖືກຕ້ອງ”.

ຕອບກັບ

ຂ່າວ/ບົດ​ອື່ນ