ສປປ.ເກົາຫຼີສືບຕໍ່ກ່າວເຕືອນສ.ເກົາຫຼີ “ຈະຖືກຊົດໃຊ້ຢ່າງໜັກໜ່ວງ” ຍ້ອນເຂົ້າຮ່ວມການຊ້ອມຮົບຮ່ວມກັບອາເມລິກາ

(VOVWORLD) -ວັນທີ 08 ສິງຫາ, ສປປ.ເກົາຫຼີ ໄດ້ຕຳໜິຕິຕຽນສ.ເກົາຫຼີ ກ່ຽວກັບການຊ້ອມຮົບຮ່ວມດ້ານການທະຫານຂອງປະເທດນີ້ກັບອາເມລິກາ, ກໍ່ຄືເລື່ອງເຊີອູ່ນ ຜັນຂະຫຍາຍບັນດາເຮືອບິນສູ້ຮົບເຕັກໂນໂລຊີສູງທີ່ຊື້ຈາກອາເມລິກາ.

ສປປ.ເກົາຫຼີສືບຕໍ່ກ່າວເຕືອນສ.ເກົາຫຼີ “ຈະຖືກຊົດໃຊ້ຢ່າງໜັກໜ່ວງ” ຍ້ອນເຂົ້າຮ່ວມການຊ້ອມຮົບຮ່ວມກັບອາເມລິກາ - ảnh 1ສປປ.ເກົາຫຼີ ຕຳໜິຕິຕຽນສ.ເກົາຫຼີ ກ່ຽວກັບການຊ້ອມຮົບຮ່ວມດ້ານການທະຫານຂອງປະເທດນີ້ກັບອາເມລິກາ

(ພາບປະກອບ: EPA/TTXVN)

ພຽງຢ່າງ ກ່າວເຕືອນວ່າ ເຊີອູ່ນ “ຈະຖືກຊົດໃຊ້ຢ່າງໜັກໜ່ວງ” ສຳລັບບັນດາຄວາມເຄັ່ງຕຶງປີນຂັ້ນໄດໃນແຫຼມເກົາຫຼີ. ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຄັດຄຳເວົ້າເປັນພາສາອັງກິດ ຂອງຄະນະກຳມະການທ້ອນໂຮມຊາດ ແລະ ຟື້ນຟູສັນຕິພາບຂອງສປປ.ເກົາຫຼີ, ທີ່ກ່າວຫາວ່າ: “ບັນດາການຊ້ອມຮົບດ້ານການທະຫານ ໂດຍອຳນາດການປົກຄອງສ.ເກົາຫຼີ ດຳເນີນ ພ້ອມກັບບັນດາຜູ້ຢູ່ພາຍນອກນັ້ນ ຈາກສະຕະວັດນີ້ໄປສູ່ສະຕະວັດອື່ນແມ່ນສາຍເຫດຕົ້ນຕໍທີ່ພາໄປເຖິງຄວາມເຄັ່ງຕຶງໃນແຫຼມເກົາຫຼີ ແລະ ກີດຂວາງການພັດທະນາຂອງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ”.

ຕອບກັບ

ຂ່າວ/ບົດ​ອື່ນ