ສົມ​ທົບ​ກັນ​ປົກ​ປ​້ອງ​ເດັກ​ໃນສະພາບແວດລ້ອມທາງ​ສື່​ສັງຄົມອອນ​ລາຍ​ຕ່າງໆ

(VOVWORLD) -        ຕອນບ່າຍວັນທີ 5 ມີນາ, ກົມຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານ, ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ພ້ອມກັບ ກົມເດັກນ້ອຍ, ສັງກັດກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ລົງນາມໃນແຜນການສົມທົບກັນປົກປ້ອງເດັກໃນສະພາບແວດລ້ອມທາງສື່ສັງຄົມອອນລາຍຕ່າງໆ.
ສົມ​ທົບ​ກັນ​ປົກ​ປ​້ອງ​ເດັກ​ໃນສະພາບແວດລ້ອມທາງ​ສື່​ສັງຄົມອອນ​ລາຍ​ຕ່າງໆ - ảnh 1ພິທີລົງນາມໃນແຜນການສົມທົບກັນປົກປ້ອງເດັກໃນສະພາບແວດລ້ອມທາງສື່ສັງຄົມອອນລາຍຕ່າງໆ (ພາບ: Vietnam+)

        ຈຸດປະສົງຕົ້ນຕໍຂອງແຜນການດັ່ງກ່າວ ແມ່ນເພື່ອແນໃສ່ຮັບຮູ້ ແລະ ປະຕິບັດບັນດາຄໍາໝັ້ນສັນຍາທີ່ໄດ້ເປັນເອກະພາບລະຫວ່າງສອງຝ່າຍ ບົນພື້ນຖານການຂຸດຄົ້ນທ່າແຮງຂອງແຕ່ລະຝ່າຍ; ເພີ່ມທະວີການສົມທົບກັນຊີ້ນໍາ, ຜັນຂະຫຍາຍປະຕິບັດບັນດາມາດຕະການປົກປ້ອງເດັກໃນສະພາບແວດລ້ອມທາງສື່ສັງຄົມອອນລາຍຕ່າງໆ ຢ່າງມີປະສິດທິຜົນ. ເຊື່ອມຕໍ່ບັນດາອົງການ, ວິສາຫະກິດ ເພື່ອພ້ອມກັນກະທໍາເພື່ອເດັກ, ກໍ່ສ້າງຂັ້ນຕອນການປົກປ້ອງເດັກໃຫ້ມີຄວາມກົມກຽວ ເພື່ອປ້ອງກັນ, ສະກັດກັ້ນ, ພົບເຫັນ, ແຊກແຊງ, ແກ້ໄຂບັນດາການກະທໍາທີ່ກໍ່ຄວາມເສຍຫາຍຕໍ່ເດັກໃນສະພາບແວດລ້ອມທາງສື່ສັງຄົມອອນລາຍ. ທ່ານ ຮວ່າງມິງຕ໊ຽນ, ຫົວໜ້າກົມຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ວາງອອກ 2 ໜ້າທີ່. ທີໜຶ່ງແມ່ນ ສ້າງຕາໜ່າງປົກປ້ອງເດັກໃນສະພາບແວດລ້ອມທາງສື່ສັງຄົມອອນລາຍຕ່າງໆ ເພື່ອເປັນສູນກາງຮັບເອົາ ແລະ ຮ່ວມສໍາພັນກັບບັນດາອົງການ ແລະ ວິສາຫະກິດ. ໜ້າທີ່ທີ 2  ແມ່ນ ພວກຂ້າພະເຈົ້າ ຈະມຸ່ງໄປສູ່ການພັດທະນາລະບົບຊີວະພາບກ່ຽວກັບການບໍລິການເພື່ອໜູນຊ່ວຍເດັກ ໄດ້ມີການກະທົບຕອບ ແບບປະດິດຄິດສ້າງ, ປອດໃສໃນສະພາບແວດລ້ອມທາງສື່ສັງຄົມອອນລາຍ”.


 

ຕອບກັບ

ຂ່າວ/ບົດ​ອື່ນ