ສື່ມວນຊົນ ບັນລຸໄດ້ບັນດາເປົ້າໝາຍສ້າງສື່ມວນຊົນປະຕິວັດມື​ອາ​ຊີບ, ວັດທະນະທຳມະນຸດ, ທັນສະໄໝ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາອົງການສື່ມວນຊົນ ແລະ ບັນດາຜູ້ເຮັດວຽກງານສື່ສານ ຍາມໃດກໍ່ປະຈັນບານ, ມີຫົຄິດປະດິດສ້າງ...
 

ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ສຳນັກງານສູນກະຈາຍສຽງແຫ່ງຊາດ, ທີ່ເຮືອນເລກທີ 58 ຖະໜົນກວານຊື້, ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ສົມທົບກັບ ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງກອງປະຊຸມແລກປ່ຽນວຽກງານສື່ມວນຊົນ.

ສື່ມວນຊົນ ບັນລຸໄດ້ບັນດາເປົ້າໝາຍສ້າງສື່ມວນຊົນປະຕິວັດມື​ອາ​ຊີບ, ວັດທະນະທຳມະນຸດ, ທັນສະໄໝ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປປະຊຸມ

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາອົງການສື່ມວນຊົນ ແລະ ບັນດາຜູ້ເຮັດວຽກງານສື່ມວນຊົນ ຍາມໃດກໍ່ນຳໜ້າ, ມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່ໃນການເພີ່ມພູນຄູນສ້າງ, ເຮັດໃຫ້ພື້ນຖານວັດທະນະທຳແຫ່ງຊາດອຸດົມສົມບຸນຂຶ້ນຕື່ມ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ:       

“ຄາດວ່າ, ໃນເດືອນ ມິຖຸນາ ຈະປະຕິບັດສຳເລັດແຜນຮ່າງ 06 ດ້ວຍການນຳ 25 ບໍລິການສາທາລະນະເຄື່ອນໄຫວທາງເອເລັກໂຕນິກໃນເບື້ອງຕົ້ນ. ບາດກ້າວປະຕິຮູບນີ້ທັງແກ້ໄຂຄວາມຫຍຸ້ງຍາກໃນໄລຍະປະຈຸບັນ, ທັງສ້າງໃຫ້ບັນດານະໂຍບາຍໃໝ່. ດັ່ງນັ້ນ, ພວກຂ້າພະເຈົ້າຫວັງວ່າ, ບັນດາອົງການສື່ມວນຊົນຮ່ວມເດີນທາງພ້ອມກັບລັດຖະບານ, ທ້ອງຖິ່ນ ເພື່ອສົ່ງເສີມບັນດາອົງການເສດຖະກິດ, ວິສາຫະກິດ, ປະຊາຊົນ ອາດສາມາດເຂົ້າຮ່ວມ”.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ຫງວຽນວັນເຖ, ເລຂາຄະນະພັກກຸ່ມບັນດາອົງການຂັ້ນສູນກາງ, ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ, ທ່ານ ຫງວຽນທ໋າຍຮອກ, ຮອງຫົວໜ້າຄະນະການເມືອງພາຍໃນສູນກາງພັກ ແລະ ຜູ້ຕາງໜ້າຫຼາຍອົງການ, ຫົວໜ່ວຍ ໄດ້ມາອວຍພອນການນຳ, ນັກຂ່າວ, ບັນນາທິການ, ໂຄສົກ, ພະນັກງານລັດຖະກອນ, ຜູ້ອອກແຮງງານ ໃນສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຢູ່ສຳນັກງານຕັ້ງຢູ່ເຮືອນເລກທີ 58 ກວານຊື້ ຮ່າໂນ້ຍ.

ສື່ມວນຊົນ ບັນລຸໄດ້ບັນດາເປົ້າໝາຍສ້າງສື່ມວນຊົນປະຕິວັດມື​ອາ​ຊີບ, ວັດທະນະທຳມະນຸດ, ທັນສະໄໝ - ảnh 2ການນຳບັນດາອົງການມາອວຍພອນຢູ່ VOV

        ໂດຍຕາງໜ້າໃຫ້ຄະນະ, ທ່ານ ຫງວຽນທ໋າຍຮອກ, ຮອງຫົວໜ້າຄະນະການເມືອງພາຍໃນຂັ້ນສູນກາງພັກຢັ້ງຢືນວ່າ ໄລຍະຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາມໃດກໍ່ໂຄສະນາກ່ຽວກັບວຽກງານການເມືອງພາຍໃນຢ່າງວ່ອງໄວ, ທັນການ, ພ້ອມທັງປາດຖະໜາຢາກມີການສົມທົບດີກ່ວາໃນການປະຕິບັດໜ້າທີ່ໂຄສະນາ, ທ່ານ ຫງວຽນທ໋າຍຮອກ ກ່າວວ່າ:

        “ຫວັງວ່າ, ດ້ວຍພາລະບົດບາດ, ໜ້າທີ່ຂອງ VOV, ດ້ວຍການພົວພັນສົມທົບກັນລະຫວ່າງສອງອົງການສຳນັກງານ, ພວກເຮົາຈະສືບຕໍ່ເສີມຂະຫຍາຍ ແລະ ປະຕິບັດໜ້າທີ່ຂອງ VOV ໃນການໂຄສະນາເຜີຍແຜ່ໃຫ້ດີກ່ວາອີກ. ຄະນະການເມືອງພາຍໃນສູນກາງພັກ ຈະພະຍາຍາມສົມທົບກັນເປັນຢ່າງດີ ແລະ ສ້າງເງື່ອນໄຂໃຫ້ສອງອົງການປະຕິບັດໜ້າທີ່ໃຫ້ເປັນຢ່າງດີ”.

ຕອບກັບ

ຂ່າວ/ບົດ​ອື່ນ