ສື່ມວນ​ຊົນ ອິນ​ໂດ​ເນ​ເຊຍ: ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ສາ​ມາດ​ຮ່ວມ​ມື​ກັນ

(VOVWORLD) - ລື່ອງທ່ານປະທານາທິບໍດີ Joko Widodo  ມາຢ້ຽມຢາມ ຫວຽດນາມ - ເຊິ່ງເປັນຄູ່ຮ່ວມມືຍຸດທະສາດ ແລະ ເປັນເພື່ອນມິດມາແຕ່ດົນນານຂອງ ອິນໂດເນເຊຍ ນັ້ນ ຈະເປີດຂີດໝາຍໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ.
ສື່ມວນ​ຊົນ ອິນ​ໂດ​ເນ​ເຊຍ: ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ສາ​ມາດ​ຮ່ວມ​ມື​ກັນ - ảnh 1 ສຳນັກຂ່າວສານແຫ່ງລັດ Antara ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ (ພາບ: VOV-Jakarta)

ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ນັບແຕ່ວັນທີ 11 – 13 ມັງກອນ, ບັນດາສຳນັກຂ່າວສານ, ໜັງສືພິມໃຫຍ່ຂອງ ອິນໂດເນເຊຍ ໄດ້ລົງໃຫ້ຂ່າວ, ບົດ ເນັ້ນໜັກເຖິງຄວາມໝາຍສາຍພົວພັນແບບສະໜິດແໜ້ນລະຫວ່າງ ຫວຽດນາມ - ອິນໂດເນເຊຍ, ກໍຄືກຳລັງບົ່ມຊ້ອນຫຼາຍຢ່າງໃນຂົງເຂດຮ່ວມມືລະຫວ່າງສອງປະເທດ.

        ສຳນັກຂ່າວສານແຫ່ງລັດ Antara, ວິທະຍຸກະຈາຍສຽງແຫ່ງຊາດ ອິນໂດເນເຊຍ (RRI) ພ້ອມກັບຫຼາຍອົງການສື່ມວນຊົນໃຫຍ່ຢູ່ ອິນໂດເນເຊຍ ໄດ້ໃຫ້ຂ່າວ, ບົດເປັນຈຳນວນຫຼາຍ ໂດຍເນັ້ນໜັກເຖິງຈຸດປະສົງຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joko Widodo ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ. ໜັງສືພິມຫຼາຍສະບັບຂອງ ອິນໂດເນເຊຍ  ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Joko Widodo ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຄ້າຍຸດທະສາດຂອງ ອິນໂດເນເຊຍ.

        ໜັງສືພິມ SindoNews ຂອງ ອິນໂດເນເຊຍ ໄດ້ເວົ້າລະອຽດກວ່າກ່ຽວກັບກຳລັງບົ່ມຊ້ອນການຮ່ວມມືໃນດ້ານສິນໃນນ້ຳລະຫວ່າງສອງປະເທດ. ໃນບົດຂຽນທີ່ໄດ້ເອົາລົງໃນວາລະສານ EurasiaReview, ນັກຂ່າວ, ນັກຮຽນຮູ້ Veeramalla Anjaiah ສັງກັດສະຖາບັນຄົ້ນຄວ້າບັນດາບັນຫາຕາເວັນອອກກາງ ຢູ່ ຈາກາຕາ ໄດ້ຕີລາຄາວ່າ ເລື່ອງທ່ານປະທານາທິບໍດີ Joko Widodo  ມາຢ້ຽມຢາມ ຫວຽດນາມ - ເຊິ່ງເປັນຄູ່ຮ່ວມມືຍຸດທະສາດ ແລະ ເປັນເພື່ອນມິດມາແຕ່ດົນນານຂອງ ອິນໂດເນເຊຍ ນັ້ນ ຈະເປີດຂີດໝາຍໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ