ສື່ມວນ​ຊົນ ເຢຍ​ລະ​ມັນ: ທາດພິດ​ສີ​ສົ້ມ/ດີ​ໂອ​ຊີນ ກໍ່​ຜົນ​ຮ້າຍ​ຢ້ອນຫຼັງ​ຢູ່ ຫວຽດ​ນາມ

(VOVWORLD) -ບົດຂຽນໃຫ້ຮູ້ວ່າ ນັບແຕ່ 1961 ຮອດປີ 1971, ອາເມລິກາ ໄດ້ນຳໃຊ້ທາດພິດສີສົ້ມ/ ດີໂອຊີນ 46 ລ້ານລິດ ໂດຍບັນດາບໍລິສັດຜະລິດທາດເຄມີ ອາເມລິກາ ປຸງແຕ່ງ, ໃນນັ້ນມີບໍລິສັດ Monsanto ປັດຈຸບັນພວມຂຶ້ນກັບ ກຸ່ມບໍລິສັດທາດເຄມີ ເຢຍລະມັນ Bayer.
ສື່ມວນ​ຊົນ ເຢຍ​ລະ​ມັນ: ທາດພິດ​ສີ​ສົ້ມ/ດີ​ໂອ​ຊີນ ກໍ່​ຜົນ​ຮ້າຍ​ຢ້ອນຫຼັງ​ຢູ່ ຫວຽດ​ນາມ - ảnh 1ທ່ານນາງ ເຈິ່ນໂຕ໊ງາ (ພາບ: TTXVN)

ໜັງສືພິມ Frankfurter Rundschau (FR) ຂອງ ເຢຍລະມັນ ສະບັບອອກໃນວັນທີ 9 ພຶດສະພາ ໄດ້ລົງພິມບົດຂຽນຂອງທ່ານ Stefen Brandle ທີ່ກ່ຽວກັບເຫດຮ້ອງຟ້ອງຢູ່ ຝລັ່ງ ຂອງ ທ່ານນາງ ເຈິ່ນໂຕ໊ງາ ສຳລັບບັນດາບໍລິສັດທາດເຄມີ ໂດຍໄດ້ຜະລິດທາດພິດສີສົ້ມ/ດີໂອຊີນ ໃຫ້ທະຫານ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ບົດຂຽນໄດ້ເນັ້ນໜັກວ່າ ທາດພິດສີສົ້ມຍັງສືບຕໍ່ກໍ່ຜົນຮ້າຍຢ້ອນຫຼັງຢູ່ ຫວຽດນາມ ມາຮອດປັດຈຸບັນ.

ບົດຂຽນໃຫ້ຮູ້ວ່າ ນັບແຕ່ 1961 ຮອດປີ 1971, ອາເມລິກາ ໄດ້ນຳໃຊ້ທາດພິດສີສົ້ມ/ ດີໂອຊີນ 46 ລ້ານລິດ ໂດຍບັນດາບໍລິສັດຜະລິດທາດເຄມີ ອາເມລິກາ ປຸງແຕ່ງ, ໃນນັ້ນມີບໍລິສັດ Monsanto ປັດຈຸບັນພວມຂຶ້ນກັບ ກຸ່ມບໍລິສັດທາດເຄມີ ເຢຍລະມັນ Bayer.

ເມື່ອ ປີ 1984, ບັນດານັກຮົບເກົ່າ ອາເມລິກາ ເຂົ້າຮ່ວມສົງຄາມຢູ່ ຫວຽດນາມຖືກ ຕິດທາດພິດສີສົ້ມ ລ້ວນແຕ່ໄດ້ຮັບການຊົດເຊີຍຈຳນວນເງິນເກືອບ 180 ລ້ານ USD, ແຕ່ວ່າ ບັນດາຊາວຫວຽດນາມ ປະສົບເຄາະຮ້າຍຕິດທາດພິດສີສົ້ມ/ດີໂອຊິນ ເມື່ອ ອາເມລິກາ ພົ່ນທາດພິດສີສົ້ມ ໃນວົງກ້ວາງຢູ່ ຫວຽດນາມ ພັດຍັງບໍ່ທັນໄດ້ຮັບການຊົດເຊີຍເທື່ອ. ທ່ານນາງ ເຈິ່ນໂຕ໊ງາ ສົ່ງໃບຮ້ອງຟ້ອງ ບໍລິສັດທາດເຄມີ 14 ແຫ່ງຄື Monsanto ແລະ Dow Chemical ຂຶ້ນສານ Evry ຊຶ່ງເປັນສະຖານທີ່ທ່ານນາງພວມດຳລົງຊີວິດ ຢູ່ພາກໃຕ້ ປະເທດຝລັ່ງ, ຄາດວ່າຄຳຕັດສິນຈະຍົກອອກມາໃນວັນທີ 10 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ