ສື່ມວນຊົນ ໄທ ໃຫ້ຂ່າວຢ່າງຫຼວງຫຼາຍກ່ອນການຢ້ຽມ ໄທ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

(VOVWORLD) - ໃນຊຸມມື້ນີ້, ສື່ມວນຊົນ ໄທ ໄດ້ລົງຫຼາຍຂ່າວ, ບົດ ຢືນຢັນການຢ້ຽມຢາມແມ່ນມີຄວາມໝາຍສຳຄັນພິເສດ, ເປີດແງ່ຫວັງບຸກທະລຸໃໝ່ຫຼາຍຢ່າງໃນການພົວພັນລະຫວ່າງ 2 ປະເທດ.
ສື່ມວນຊົນ ໄທ ໃຫ້ຂ່າວຢ່າງຫຼວງຫຼາຍກ່ອນການຢ້ຽມ ໄທ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ - ảnh 1(ໜັງສືພິມ Bangkok Post ໄດ້ລົງພິມບົດຂຽນກ່ຽວກັບການຢ້ຽມຢາມ)

        ກ່ອນການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ແຕ່ວັນທີ 07 – 10 ທັນວາ. ໃນຊຸມມື້ນີ້, ສື່ມວນຊົນ ໄທ ໄດ້ລົງຫຼາຍຂ່າວ, ບົດ ຢືນຢັນການຢ້ຽມຢາມແມ່ນມີຄວາມໝາຍສຳຄັນພິເສດ, ເປີດແງ່ຫວັງບຸກທະລຸໃໝ່ຫຼາຍຢ່າງໃນການພົວພັນລະຫວ່າງ 2 ປະເທດ.

        ໜັງສືພິມເອເລັກໂຕນິກຂອງອົງການກະຈາຍສຽງ ແລະ ແພ່ພາບສາທາລະນະແຫ່ງປະເທດ ໄທ (ThaiPBS) ໄດ້ເອົາລົງໃນວັນ 03 ທັນວາ ໃຫ້ຮູ້ວ່າ, ນີ້ແມ່ນການຢ້ຽມຢາມຂອງຜູ້ນຳໜ້າອົງການນິຕິບັນຍັດຕ່າງປະເທດທ່ານທຳອິດທີ່ມາຢ້ຽມຢາມ ໄທ ໃນອາຍຸການສະພາແຫ່ງຊາດຊຸດໃໝ່. ບົດຂຽນຖືວ່າ, ສະພາແຫ່ງຊາດ ໄທ ໄດ້ມີການກະກຽມຢ່າງສົມກຽດ ແລະ ລອບຄອບຖີ່ຖ້ວນໃຫ້ແກ່ຄະນະ ດ້ວຍການເຄື່ອນໄຫວເປັນຈຳນວນຫຼາຍ.

        ວັນທີ 05 ທັນວາ, ໜັງສືພິມ Bangkok Post ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ “ຈຸດເວລາເໝາະສົມເພື່ອຍົກລະດັບການພົວພັນ ໄທ - ຫວຽດນາມ”. ບົດຂຽນໃຫ້ຂໍ້ສັງເກດວ່າ, ໃນຂອບເຂດການຢ້ຽມຢາມ, 2 ຝ່າຍຈະປຶກສາຫາລື ແລະ ເຫັນດີກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍໃນທຸກຂົງເຂດ, ຈາກການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

        ພິເສດ, ບົດຂຽນກໍ່ສະໜອງຂໍ້ມູນຂ່າວເລື່ອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມພິທີເປີດສະຫຼອງ ຖະໜົນ ຫວຽດນາມ (Vietnam Town) ຢູ່ແຂວງ ອຸດອນ ທານີ. ນີ້ແມ່ນກິດຈະກຳເຊິ່ງອຳນາດການປົກຄອງຢູ່ ໄທ ໄດ້ຮັບຮອງ, ພິເສດແມ່ອຳນາດການປົກຄອງແຂວງ ອຸດອນ ທານີ ກ່ຽວກັບບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຄົມຊາວ ຫວຽດນາມ ຕໍ່ການພັດທະນາຂອງທ້ອງຖິ່ນປະເທດປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ