ສື່ມວນຊົນມາເລເຊຍ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບກອງປະຊຸມສຸດຍອດອາຊຽນ

(VOVWORLD) -ບັນດາອົງການສື່ມວນຊົນໃຫຍ່ຂອງມາເລເຊຍ ໄດ້ລົງບັນດາບົດຂຽນກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36

ໃນຊຸມມື້ຜ່ານມາ, ບັນດາອົງການສື່ມວນຊົນໃຫຍ່ຂອງມາເລເຊຍ ໄດ້ລົງບັນດາບົດຂຽນກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ກໍຄືບັນດາການເຄື່ອນໄຫວອື່ນໆຂອງກຸ່ມ ພາຍໃຕ້ການເປັນປະທານຂອງຫວຽດນາມ, ປະທານອາຊຽນ 2020.

        ໜັງສືພິມ Straits Times, ແມ່ນໜຶ່ງໃນບັນດາໜັງສືພິມແຖວໜ້າຂອງມາເລເຊຍ ໄດ້ໃຫ້ຂ່າວວ່າ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຈະໄດ້ດຳເນີນທາງອອນລາຍໃນວັນທີ 26 ມິຖຸນາ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. ການນຳລັດຖະບານຫວຽດນາມ ຈະເປັນປະທານບັນດາວາລະເຈລະຈາລະຫວ່າງບັນດາການນຳອາຊຽນ ແລະ ສະພາລະຫວ່າງລັດຖະສະພາອາຊຽນ (AIPA) ກໍ່ຄືກັບຜູ້ຕາງໜ້າຊາວໜຸ່ມ ແລະ ສະພາໃຫ້ຄຳປຶກສາດຳເນີນທຸລະກິດອາຊຽນ…

        ສ່ວນໜັງສືພິມ Malaymal ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ທີ່ສະແດງອອກຜ່ານການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ຢູ່ພາກພື້ນ. ໜັງສືພິມໄດ້ຢຶນຢັນວ່າ ຫົວຂໍ້ “ປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເຊິ່ງຫວຽດນາມ ໄດ້ຍົກອອກມາ ດ້ວຍຖານະບົດບາດເປັນປະທານອາຊຽນ 2020 ແມ່ນຄຳຮຽກຮ້ອງທີ່ສົມເຫດສົມຜົນທີ່ສຸດສຳລັບພາກພື້ນໃນການຮັບມືລວມຂອງກຸ່ມຕໍ່ໂລກລະບາດ.

        ໜັງສືພິມ The Star ກໍ່ສະແດງຄວາມສົນໃຈສຳລັບບັນດາກອງປະຊຸມຂອງອາຊຽນ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ພົ້ນເດັ່ນແມ່ນ ຄໍລຳອາຊຽນ+ ຂອງໜັງສືພິມ ມີບົດຂຽນດ້ວຍຫົວຂໍ້ວ່າ “ອາຊຽນ ຄວນຕັ້ງໜ້າກວ່າໃນການຮັບມືກັບບັນດາສິ່ງທ້າທາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ