ສື່ມວນຊົນສືບຕໍ່ປະກອບສ່ວນສ້າງ ແລະ ປ່ຽນແປງໃໝ່ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ສະເໜີວ່າ ໄລຍະຈະມາເຖິງ, ສື່ມວນຊົນສືບຕໍ່ຮັກສາທີ່ຕັ້ງບົດບາດ, ພາລະກຳເພື່ອກາຍເປັນໜຶ່ງໃນບັນດາປັດໄຈສຳຄັນ, ປະກອບສ່ວນສ້າງ ແລະ ປ່ຽນແປງໃໝ່ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ
ສື່ມວນຊົນສືບຕໍ່ປະກອບສ່ວນສ້າງ ແລະ ປ່ຽນແປງໃໝ່ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ - ảnh 1ການພົບປະຢູ່ຫໍສະພາແຫ່ງຊາດ
(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 21 ມິຖຸນາ 2023), ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບການນຳຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ, ສະມາຄົມນັກຂ່າວ ຫວຽດນາມ, ບັນດານັກຂ່າວຜູ້ອາວຸໂສ, ຜູ້ຕາງໜ້າການນຳບັນດາອົງການສື່ສານ ແມ່ນສະມາຊິກຂອງສະພາກຳມະການຮອບຄັດເລືອກ ແລະ ຮອງຊະນະເລີດການແຂ່ນຂັນຊີງລາງວັນ ຢຽນຮົ່ງ ຄັ້ງທີ 1, ການນຳບາງອົງການສື່ມວນຊົນທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ສະເໜີວ່າ ໄລຍະຈະມາເຖິງ, ສື່ມວນຊົນສືບຕໍ່ຮັກສາທີ່ຕັ້ງບົດບາດ, ພາລະກຳເພື່ອກາຍເປັນໜຶ່ງໃນບັນດາປັດໄຈສຳຄັນ, ປະກອບສ່ວນສ້າງ ແລະ ປ່ຽນແປງໃໝ່ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ, ເໝາະສົມກັບທ່າອ່ຽງພັດທະນາສັນຕິພາບ ແລະ ວັດທະນະທຳມະນຸດຂອງຍຸກສະໄໝ; ສືບຕໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ກັບ ປະຊາຊົນ. ເພີ່ມທະວີການໝູນໃຊ້ພູມປັນຍາທຽມ, ເຕັກໂນໂລຊີໃໝ່ເຂົ້າໃນການເຄື່ອນໄຫວສື່ມວນຊົນໃຫ້ເປັນທາງການ, ຄົບຊຸດ, ເອກະພາບ ແລະ ມີປະສິດທິຜົນ:

        “ຂ້າພະເຈົ້າຫວັງວ່າ, ຖັນແຖວນັກຂ່າວທັງໝົດ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ຄົບຖ້ວນທັດສະນະທີ່ວ່າ ສື່ມວນຊົນແມ່ນອາວຸດທີ່ແຫຼມຄົມ, ເຄື່ອງມືທີ່ດີຂອງພັກ, ແມ່ນສຽງຂອງປະຊາຊົນ, ແມ່ນເວທີປາໄສໃຫຍ່ຫຼວງ, ແຂງແຮງຂອງປະຊາຊົນໃນແນວຮົບແນວຄິດ, ການເມືອງ, ວັດທະນະທຳ. ດ້ວຍການຊອກຄົ້ນຫາ, ປະດິດຄິດສ້າງຂອງບັນດາຜູ້ຂຽນປະຫວັດສາດທີ່ຈົ່ງຮັກພັກດີ, ວັດທະນະທຳມະນຸດ, ດ້ວຍບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນ, ປະກອບສ່ວນຕໍ່ສູ້ລົບລ້າງອັນຊົ່ວຮ້າຍ, ປົກປັກຮັກສາອັນຖືກຕ້ອງ, ເພື່ອພາລະກິດລວມຂອງປະເທດຊາດ ແລະ ປະຊາຊົນ. ເຜີຍແຜ່ບົດຮຽນທີ່ດີ ແລະ ທີ່ມ່ວນ. ຍ້ອງຍໍຊົມເຊີຍ, ເຊີດຊູ ແລະ ແຜ່ຂະຫຍາຍ, ທະວີຄູນບັນດາປັດໄຈໃໝ່, ບັນດາແບບຢ່າງດີເດັ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ