ສື່ມວນຊົນສາກົນສືບຕໍ່ສະໜັບສະໜູນຫວຽດນາມ ກ່ຽວກັບບັນຫາທະເລ ຕາເວັນອອກ

ສື່ມວນຊົນສາກົນສືບຕໍ່ສະໜັບສະໜູນຫວຽດນາມ ກ່ຽວກັບບັນຫາທະເລ ຕາເວັນອອກ - ảnh 1
ຮ້ານເຈາະນ້ຳມັນໄຮຢາງ - 981 ຂອງຈີນ
(ພາບປະກອບ)


(vovworld) – ວັນ​ທີ 2/6, ສື່​ມວນ​ຊົນ​ສາກົນ ສືບ​ຕໍ່​ມີ​ບົດ​ຂຽນ​ສະ​ແດງ​ຄວາມສະໜັບສະໜູນ​ຕໍ່​ຫຼັກ​ໝັ້ນ​ຂອງ ຫວຽດນາມ ທີ່ຄັດຄ້ານ​ບັນດາ​ການ​ກຳ​ທະ​ທີ່ຜິດພາດ​ຂອງ ຈີນ ​ໃນ​ການຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫຼ່​ທະວີບ​ຂອງ ຫວຽດນາມ. ​ຕາມ​ສະຖານີໂທລະພາບ NHK ​ແລ້ວ, ທີ່​ການ​ພົບ​ປະລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຢູ່​ນອກ​ກອງ​ປະຊຸມ Shangri – La, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ Itsunori Onodera ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ເລື່ອງ ​ໄລຍະ​ມໍ່ໆ​ມາ​ນີ້, ​ກຳ​ປັ່ນ​ຂອງ ຈີນ ​ໄດ້​ຕຳ​ໃສ່​ກຳ​ປັ່ນ​ຫາ​ປາ​ຂອງ ຫວຽດນາມ ​ໃຫ້​ຈົມ​ນ້ຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພ້ອມທັງ​ສະ​ແດງ​ຄວາມ​ສະໜັບສະໜູນຕໍ່​ຫຼັກ​ໝັ້ນ​ລະງັບ​​ໃຈຂອງ ຫວຽດນາມ ​ໃນ​ບັນຫາ​ນີ້.

    ​ໃນ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ “ອາ​ເມ​ລິ​ກາ ກ່າວ​ເຕືອນ ຈີນ ຢູ່​ກອງ​ປະຊຸ​ມປ້ອງ​ກັນ​ຄວາມ​ສະຫງົບ ອາຊີ”, ວິທະຍຸ​ກະຈາຍສຽງ ອາ​ເມ​ລິ​ກາ (VOA) ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ຄວາມ​ລະງັບ​ໃຈ​ຢ່າງ​ສູງ​ຕໍ່ໜ້າ​ບັນດາ​ການ​ກະທຳ​ຂອງ ຈີນ, ພ້ອມ​ທັງ​ຮຽກຮ້ອງ​ແກ້​ໄຂ​ທຸກໆ​ບັນຫາ​ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

    ​ເມື່ອ​ເຕື້ອງ​ເຖິງ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ໜັງສື​ພິມ “ຜູ້​ໃຫ້​ຂ່າວ​​ຕອນ​ເຊົ້າ Sydney” ຂອງ​ອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ: ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ David Jonhston ​ໄດ້​​ແບ່ງປັນ​ທຸກໆ​ຄວາ​ມວິຕົກ​ວັງ​ວົນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ຕໍ່​ເລື່ອງ ຈີນ ມີບັນດາ​ການ​ກະທຳ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ David​ ​ໄດ້​ຍົກ​ອອກ​ຫຼັກ​ໝັ້ນ​ດັ່ງກ່າວ​ພາຍຫຼັງ​ທີ່​ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Hagel ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ Shangri – La ​ໂດຍກ່າວ​ຫາ ຈີນ ມີ​ການ​ກະທຳ “ພຽງ​ຝ່າຍ​ດຽວ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ”. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ David ​ໃຫ້​ຮູ້​ວ່າ: ອົດ​ສະ​ຕາ​ລີ ຈະ​ພະຍາຍາມ​ເກ້​ຍກອມ ຈີນ ວ່າ ຍັງ​ມີ “​ເສັ້ນທາງ​ອື່ນ​ອີກ” ທີ່​ບໍ່​ຕ້ອງປະ​ທະ​ກັນ ​ແລະ ​ເຮັດ​​ໃຫ້​ສະພາບ​ການ​ຢູ່​ທະ​ເລ​​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ