ສື່ມວນຊົນໂລກໃຫ້ຂ່າວກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນ CPTPP

(VOVWORLD) - ສຳນັກຂ່າວສານ AFP ຂອງ ຝລັ່ງ ໄດ້ເນັ້ນໜັກວ່າ ຫວຽດນາມ ກາຍເປັນປະເທດທີ 7 ໃຫ້ສັດຕະຍາບັນສັນຍາສະບັບນີ້

ວັນທີ 12 ພະຈິກ, ສຳນັກຂ່າວສານ ຫຼາຍແຫ່ງໃນໂລກໄດ້ພ້ອມກັນໃຫ້ຂ່າວກ່ຽວກັບເຫດການສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ.

ສຳນັກຂ່າວສານ AFP ຂອງ ຝລັ່ງ ໄດ້ເນັ້ນໜັກວ່າ ຫວຽດນາມ ກາຍເປັນປະເທດທີ 7 ໃຫ້ສັດຕະຍາບັນສັນຍາສະບັບນີ້, ເຊິ່ງຄາດວ່າຈະມີຜົນສັກສິດໃນທ້າຍປີນີ້, ໂດຍບໍ່ຫົວຊາຕໍ່ເລື່ອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖອນຕົວອອກຈາກຂໍ້ຕົກລົງສະບັບນີ້.

ສຳນັກຂ່າວສານ Reuters ຂອງອັງກິດ ໄດ້ຖືວ່າເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບການພັດທະນາໄວທີ່ສຸດຂອງພາກພື້ນ ຍ້ອນການສົ່ງອອກເຕີບໂຕຢ່າງແຮງ ແລະ ການລົງທຶນຈາກຕ່າງປະເທດກໍ່ເພີ່ມຂຶ້ນຢ່າງແຮງ, ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາປະເທດນອນໃນກຸ່ມບັນດາປະເທດໄດ້ຮັບຜົນປະໂຫຍດຫຼາຍສຸດຈາກ CPTPP.

ໃນຂະນະນັ້ນ, ສຳນັກຂ່າວສານ AP ຂອງ ອາເມລິກາ ຖືວ່າ ດ້ວຍການສົ່ງອອກໂທລະສັບມືຖື, ເຄື່ອງນຸ່ງ, ເກັບໜັງ, ສິນໃນນ້ຳ ແລະ ບັນດາຜະລິດຕະພັນກະເສດຢ່າງຫຼວງຫຼາຍນັ້ນ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດສະມາຊິກໄດ້ຮັບຜົນປະໂຫຍດຫຼາຍສຸດຈາກສັນຍາສະບັບນີ້.

ສ່ວນສຳນັກຂ່າວສານ Sputnik ຂອງລັດເຊຍ ແລະ ໜັງສືພິມ Asahi Shimbun ຂອງຍີ່ປຸ່ນ ລ້ວນແຕ່ໃຫ້ຂ່າວກ່ຽວກັບເລື່ອງ ຫວຽດນາມ ເປັນປະເທດທີ 7 ໃຫ້ສັດຕະຍາບັນສັນຍາ CPTPP.

ຕອບກັບ

ຂ່າວ/ບົດ​ອື່ນ