ສື່ສັງຄົມອອນລາຍສົ່ງຜົນກະທົບຢ່າງແຮງຕໍ່ການເລືອກອາຊີບຂອງໄວໜຸ່ມ

(VOVWORLD) - ດ້ວຍທ່າອ່ຽງການພັດທະນາ ແລະ ຄວາມຕ້ອງການຜູ້ມີຄວາມເກັ່ງກ້າສາມາດທີ່ມີຄຸນນະພາບສູງນັບມື້ນັບເພີ່ມຂຶ້ນຢູ່ ຫວຽດນາມ, ບໍລິສັດຄວນຊອກຮູ້ໃຫ້ລະອຽດກ່ຽວກັບເຫດຜົນທີ່ກະທົບຕໍ່ການເລືອກອາຊີບ ແລະ ກຳລັງໜູນໃນການເຮັດວຽກຂອງຊາວຜູ້ອອກແຮງງານ.

ສື່ສັງຄົມອອນລາຍສົ່ງຜົນກະທົບຢ່າງແຮງຕໍ່ການເລືອກອາຊີບຂອງໄວໜຸ່ມ - ລຸ້ນ Z (1995 - 2015). ນີ້ແມ່ນໝາກຜົນຂອງການສຳຫລວດເລືອກອາຊີບ ແລະ ກຳລັງໜູນເຮັດວຽກປີ 2019 ໂດຍບໍລິສັດ Adecco ຫວຽດນາມ - ເຊິ່ງແມ່ນບໍລິສັດແຖວໜ້າໂລກກ່ຽວກັບການຮັບສະໝັກ ແລະ ວິທີການແກ້ໄຂບຸກຄະລາກອນ, ເຊິ່ງໄດ້ປະຕິບັດ ແລະ ປະກາດຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 26 ມິຖຸນາ.

        ຕາມ Adecco ຫວຽດນາມ ແລ້ວ, ຜ່ານການສຳຫລວດ ແລະ ໄຈ້ແຍກລົງເລິກກ່ວາ 600 ຄົນຢູ່ 3 ນະຄອນໃຫຍ່ແມ່ນ ຮ່າໂນ້ຍ, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນວ່າ ລຸ້ນ Z (1995-2015) ສະມາຊິກໃໝ່ສຸດຂອງກຳລັງແຮງງານກ່ວາ 48% ໄດ້ຮູ້ຈັກອາຊີບປັດຈຸບັນຂອງຕົນຜ່ານສື່ສັງຄົມອອນລາຍ.

        ສະຫລຸບຈາກການສຳຫລວດຂອງຕົນ, Adecco ຫວຽດນາມ ຖືວ່າ: ດ້ວຍທ່າອ່ຽງການພັດທະນາ ແລະ ຄວາມຕ້ອງການຜູ້ມີຄວາມເກັ່ງກ້າສາມາດທີ່ມີຄຸນນະພາບສູງນັບມື້ນັບເພີ່ມຂຶ້ນຢູ່ ຫວຽດນາມ, ບໍລິສັດຄວນຊອກຮູ້ໃຫ້ລະອຽດກ່ຽວກັບເຫດຜົນທີ່ກະທົບຕໍ່ການເລືອກອາຊີບ ແລະ ກຳລັງໜູນໃນການເຮັດວຽກຂອງຊາວຜູ້ອອກແຮງງານ. ຜ່ານນັ້ນ ສ້າງຍຸດທະສາດ ເພື່ອດຶງດູດ ແລະ ພັດທະນາແຫຼ່ງຜູ້ມີຄວາມເກັ່ງກ້າສາມາດໃຫ້ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ