ສອງ​ອົງ​ການ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານບັນ​ດາ​ສູນ​ພາກ​ພື້ນ​ຂອງ ESCAP

(VOVWORLD) -ເລື່ອງກົມໃຫຍ່ສະຖິຕິ ແລະ VISAEP ໄດ້ຮັບການເລືອກຕັ້ງເຂົ້າ SIAP ແລະ CSAM ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ເພີ່ມທະວີການຮ່ວມມືກັບພາກພື້ນໃນຂົງເຂດສະຖິຕິ ແລະ ກົນຈັກກະສິກຳ.
ສອງ​ອົງ​ການ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານບັນ​ດາ​ສູນ​ພາກ​ພື້ນ​ຂອງ ESCAP - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ໃນຂອບເຂດກອງປະຊຸມຄັ້ງທີ 78 ຂອງ ຄະນະກຳມະການເສດຖະກິດ - ສັງຄົມພາກພື້ນອາຊີ - ປາຊີຟິກ ຂອງ ສປຊ (ESCAP) ທີ່ດຳເນີນໃນລະຫວ່າງວັນທີ 23 – 27 ພຶດສະພາ 2022 ຢູ່ບາງກອກ, ປະເທດໄທ, ວັນທີ 25 ພຶດສະພາ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ແລະ ສະຖາບັນກົນຈັກໄຟຟ້າ ກະສິກຳ ແລະ ເຕັກໂນໂລຢີພາຍຫຼັງການເກັບກ່ຽວ (VIASEP, ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ), ໄດ້ຮັບການເລືອກຕັ້ງເຂົ້າສະພາບໍລິຫານງານ ຂອງ ສະຖາບັນສະຖິຕິພາກພື້ນອາຊີ - ປາຊີຟິກ (SIAP) ແລະ ສູນກົນຈັກກະສິກຳແບບຍືນຍົງ (CSAM) ແລະ ESCAP.

ເລື່ອງກົມໃຫຍ່ສະຖິຕິ ແລະ VISAEP ໄດ້ຮັບການເລືອກຕັ້ງເຂົ້າ SIAP ແລະ CSAM ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ເພີ່ມທະວີການຮ່ວມມືກັບພາກພື້ນໃນຂົງເຂດສະຖິຕິ ແລະ ກົນຈັກກະສິກຳ, ຜ່ານນັ້ນປະກອບສ່ວນຮັບໃຊ້ບັນດາເປົ້າໝາຍພັດທະນາປະເທດຊາດ ແລະ ຍົກສູງທີ່ຕັ້ງບົດບາດຢູ່ເວທີສາກົນ.

ພ້ອມທັງສະແດງໃຫ້ເຫັນວ່າ ບັນດາປະເທດສະມາຊິກ ESCAP ຕີລາຄາສູງຄວາມສາມາດໃນການປະກອບສ່ວນຂອງ ຫວຽດນາມ, ກໍ່ຄືຖືເປັນສຳຄັນຖານະບົດບາດ ແລະ ທີ່ຕັ້ງ ຂອງ ຫວຽດນາມຢູ່ ESCAP.

ຕອບກັບ

ຂ່າວ/ບົດ​ອື່ນ