ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການ​ພົບປະ​ໃນ​ໂອ​ກາດ​ປີ​ໃໝ່

(VOVWORLD) -ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ປີ 2022 ເນັ້ນໜັກວ່າ ສອງປະເທດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967 – 24 ມິຖຸນາ 2022) ແລະ ກໍ່ແມ່ນປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ. 
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການ​ພົບປະ​ໃນ​ໂອ​ກາດ​ປີ​ໃໝ່ - ảnh 1ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ກ່າວຄຳເຫັນທີ່ການພົບປະແລກປ່ຽນ (ພາບ:TTXVN)

ຕອນຄ່ຳວັນທີ 16 ມັງກອນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກກຳປູເຈຍ ໄດ້ຈັດຕັ້ງການພົບປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022”. ພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າ ຫວຽດນາມ ພ້ອມກັບ ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ໄດ້ຮັບຊົມບາງລາຍການສະແດງສິລະປະທີ່ພົ້ນເດັ່ນ ຕ້ອນຮັບລະດູບານໃໝ່ ແລະ ບັນດາເຍື່ອງອາຫານບຸນເຕັດທີ່ເຂັ້ມຂົ້ນໄປດ້ວຍລົດຊາດຂອງບ້ານເກີດເມືອງນອນ.

ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ປີ 2022 ເນັ້ນໜັກວ່າ ສອງປະເທດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967 – 24 ມິຖຸນາ 2022) ແລະ ກໍ່ແມ່ນປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ. ສອງປະເທດຈະຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃນທຸກຂົງເຂດເພື່ອຕ້ອນຮັບເຫດການສຳຄັນຍິ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ