ສະຖານທູດຈີນປະຈຳຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການຄ້າອາເມລິກາ - ຈີນ

(VOVWORLD) -ວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດຈີນ ປະຈຳຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນໃສ່ແນະນຳສະພາບການປິ່ນອ້ອມດ້ານການຄ້າລະຫວ່າງອາເມລິກາ - ຈີນ, ກໍຄືບັນຫາກ່ຽວຂ້ອງເຖິງບັນດາຂົງເຂດຮ່ວມມືລະຫວ່າງຫຽດນາມ ແລະ ຈີນ.

ສະຖານທູດຈີນປະຈຳຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການຄ້າອາເມລິກາ - ຈີນ - ảnh 1 ສະຖານທູດຈີນປະຈຳຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວ

(ພາບ: tuoitre.vn)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ອີນຂາຍໂຄງ, ອຸປະທູດຊົ່ວຄາວຈີນ ປະຈຳຫວຽດນາມ ຖືວ່າ, ໂດຍແມ່ນບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ, ການພົວພັນດ້ານການຄ້າທີ່ມີສະຖຽນລະພາບລະຫວ່າງອາເມລິກາ ແລະ ຈີນ ມີຜົນປະໂຫຍດໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດໂລກ. ເຖິງຢ່າງໃດກໍ່ຕາມ, ຄວາມເຄັ່ງຕຶງລະຫວ່າງ 2 ຝ່າຍໃນໄລຍະຜ່ານມາໄດ້ສົ່ງຜົນກະທົບບໍ່ພຽງແຕ່ສະເພາະ 2 ປະເທດເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງເສດຖະກິດຢູ່ພາກພື້ນ ແລະໂລກ, ນາບຂູ່ເຖິງການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກອີກດ້ວຍ. ທ່ານ ອີນຂາຍໂຄງ, ກໍ່ຢືນຢັນວ່າ, ຈີນ ພ້ອມແລ້ວທີ່ຈະເຈລະຈາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ກ່ຽວຂ້ອງເຖິງການພົວພັນດ້ານການຄ້າລະຫວ່າງຫວຽດນາມ - ຈີນ, ທູດການຄ້າຈີນ ປະຈຳຫວຽດນາມ ທ່ານ ຄູ່ຊົວຈີ໋ນ ໃຫ້ຮູ້ວ່າ, ການຄ້າລະຫວ່າງຈີນ ແລະ ຫວຽດນາມ ໄດ້ຮັບການພັດທະນາຢ່າງມີສະຖຽນລະພາບ. ຫວຽດນາມ ແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ. ຫວຽດນາມ ກໍ່ນອນໃນບັນຊີລາຍຊື່ 10 ປະເທດຄູ່ຄ້າລາຍໃຫຍ່ທີ່ສຸດຂອງຈີນ ໃນທົ່ວໂລກ. ໄລ່ໝົດເດືອນ ເມສາ 2019, ວົງເງິນແລກປ່ຽນການຄ້າຂອງ 2 ຝ່າຍບັນລຸໄດ້ເກືອບ 44 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ