ສະຖານທູດຫວຽດນາມປະຈຳຫຼາຍປະເທດໄດ້ຈັດພິທີໄວ້ອາໄລ, ຂຽນປື້ມໄວ້ອາໄລ

(VOVWORLD) -ສະຖານທູດຫວຽດນາມ ປະຈຳເມັກຊີໂກ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢູ່ສຳນັກງານສະຖານທູດປະຈຳນະຄອນຫຼວງ ເມັກຊີໂກ ໃນລະຫວ່າງວັນທີ 05 – 06 ຕຸລາ.

ພະນັກງານ, ພາລະກອນສະຖານທູດ, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳເມັກຊີໂກ, ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ເມັກຊີໂກ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາສະຖານທູດຂອງຫຼາຍປະເທດທີ່ປະຈຳຢູ່ເມັກຊີໂກ, ບັນດາພັກການເມືອງ ກໍ່ໄດ້ມາໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

        ຕອນເຊົ້າວັນທີ 05 ຕຸລາ, ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ກໍ່ດຳເນີນໄປຢ່າງສົມກຽດຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳໂມຊຳບິກ, ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນສະຖານທູດໝົດທູກຄົນ, ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ໂມຊຳບິກ ເປັນຈຳນວນຫຼາຍ. ຜູ້ຕາງໜ້າບັນດາອົງການຂຶ້ນກັບລັດຖະບານໂມຊຳບິກ, ຄະນະທຸຕານຸທູດປະຈຳໂມຊຳບິກ ກໍ່ໄດ້ມາໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

        ມີສະຖານທູດຂອງກວ່າ 20 ປະເທດຄື: ອິນເດຍ, ຍີ່ປຸ່ນ, ອານເຊຣີ, ກູບາ, ປາແລັດສະຕິນ, ໄທ, ຕີມໍຕາເວັນອອກ, ບຣາຊິນ, ຝລັ່ງ… ໄດ້ໄປສະຖານທູດຫວຽດນາມ ປະຈຳ Maputo ເພື່ອໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ, ຂຽນປື້ມໄວ້ອາໄລ, ສະແດງນ້ຳໃຈສາມັກຄີ ແລະ ແບ່ງເບົາຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ລັດ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

        ໃນລະຫວ່າງວັນທີ 05 – 06 ຕຸລາ, ສະຖານທູດຫວຽດນາມ ປະຈຳໂຮນລັງ ແລະ ສະຖານທູດຫວຽດນາມ ປະຈຳ ຕານຊາເນີຍ ກໍໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຊັ່ນດຽວກັນ.

ວັນທີ 5 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢ່າງສົມກຽດ. ເຂົ້າຮ່ວມພິທີມີຜູ້ຕາງໜ້າ ຈີນ, ລາວ, ກູບາ, ໄທ, ມຽນມາ, ສິງກະໂປ, ມົງໂກນ, ຝລັ່ງ... ແລະ ກໍ່ໃນວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການອື່ນໆປະຈຳເຊີແນວ ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ