ສະຖານທູດຫວຽດນາມປະຈຳອິນເດຍຈັດກອງປະຊຸມຖະແຫຼງຂ່າວກ່ອນການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອິນເດຍ

(VOVWORLD) -ວັນທີ 15 ພະຈິກ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ອນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີອິນເດຍ Ram Nath Kovind ໃນລະຫວ່າງວັນທີ 18 – 20 ພະຈິກ.

ສະຖານທູດຫວຽດນາມປະຈຳອິນເດຍຈັດກອງປະຊຸມຖະແຫຼງຂ່າວກ່ອນການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອິນເດຍ - ảnh 1ກອງປະຊຸມຖະແຫຼງຂ່າວກ່ອນການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອິນເດຍ

(ພາບ: TTXVN)

ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຟ້າມແຊງເຈົາ ໃຫ້ຮູ້ວ່າ, ໃນການຢ້ຽມຢາມຫວຽດນາມ, ທ່ານປະທານາທິບໍດີອິນເດຍ ຈະມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ກ່າວຄຳເຫັນຕໍ່ສະພາແຫ່ງຊາດຫວຽດນາມ, ພົບປະກັບການນຳນະຄອນດ່ານັ້ງ…

        ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ  ຕີລາຄາວ່າ, ໃນໄລຍະ 2 ປີພາຍຫຼັງທີ່ຫວຽດນາມ ແລະ ອິນເດຍ ຍົກລະດັບການພົວພັນຈາກການພົວພັນຄູ່ຮ່ວມມືຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ກັນຍາ 2016, ການພົວພັນລະຫວ່າງຫວຽດນາມ - ອິນເດຍ ບັນລຸໄດ້ຜົນງານຫຼາຍພໍສົມຄວນ ໃນນັ້ນມີການພົວພັນດ້ານການເມືອງ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ