ສະ​ພາ​ກາ​ແດງ ຫວຽດ​ນາມ ປຸກ​ລະ​ດົມ​ບັ້ນຍຸດ​ທ​ະ​ສາດ “ມອບ​ຂ​ອງ​ຂວັນ​ໃນ​ໂອ​ກາດ​ບຸນ​ເຕັດ”

(VOVWORLD) - ເນື່ອງໃນໂອກາດບຸນເຕັດ ປີ 2024, ສູນກາງສະພາກາແດງ ຫວຽດນາມ ໄດ້ປຸກລະດົມບັ້ນຍຸດທະສາດ  “ມອບຂອງຂວນໃນໂອກາດບຸນເຕັດ” ທົ່ວປະເທດ ນັບແຕ່ວັນທີ 24 ທັນວາ 2023.
ສະ​ພາ​ກາ​ແດງ ຫວຽດ​ນາມ ປຸກ​ລະ​ດົມ​ບັ້ນຍຸດ​ທ​ະ​ສາດ “ມອບ​ຂ​ອງ​ຂວັນ​ໃນ​ໂອ​ກາດ​ບຸນ​ເຕັດ” - ảnh 1ພາບປະກອບ: ຄະນະຈັດຕັ້ງ

ໂຄງການແມ່ນ ເພື່ອແນໃສ່ໜູນຊ່ວຍທາງດ້ານວັດຖຸ ແລະ ຈິດໃຈໄປຍັງຄົນທຸກຍາກ 1,2 ລ້ານຄົນ, ໃນນັ້ນມີຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງ ໃນສັງຄົມ. ຕາມນັ້ນແລ້ວ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ ແລະ ປະຊາຊົນ ສາມາດສົ່ງຂໍ້ຄວາມຄຳວ່າ TET ໄປທີ່ 1409 (ດ້ວຍມູນຄ່າ 20.000ດົ່ງ/ຂໍ້ຄວາມ).

ມອບຂອງຂວັນໃນໂອກາດບຸນເຕັດ ແມ່ນບັ້ນຍຸດທະສາດ ຂຶ້ນກັບຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ໂດຍສູນກາງສະພາກາແດງຫວຽດນາມ ແລະ ລະບົບສະມາຄົມຢູ່ 63 ແຂວງ, ນະຄອນຈັດຕັ້ງເປັນປະຈຳ. “ບຸນເຕັດແຫ່ງຄວາມເມດຕາ” ໄດ້ປ່ຽນແປງຮູບແບບໃໝ່ໃນການໜູນຊ່ວຍກ່ຽວກັບວັດຖຸ, ຈິດໃຈເພື່ອໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ຢ່າງເບີກບານມ່ວນຊືນ.

ຕອບກັບ

ຂ່າວ/ບົດ​ອື່ນ