ສະພາກາແດງ ຫວຽດນາມ ໜູນຊ່ວຍປະຊາຊົນລາວຖືກຜົນສະທ້ອນຈາກເຫດເຂື່ອນກັ້ນນ້ຳແຕກ

(VOVWORLD) - ສະພາໄດ້ຕັດສິນໃຈສະໜອງຈຳນວນເງິນ 50.000 USD ເພື່ອຊ່ວຍເຫຼືອປະຊາຊົນຖືກຜົນສະທ້ອນຈາກເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື, ສປປ ລາວ.

ວັນທີ 27 ກໍລະກົດ, ເຈົ້າໜ້າທີ່ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ສະພາໄດ້ຕັດສິນໃຈສະໜອງຈຳນວນເງິນ 50.000 USD ເພື່ອຊ່ວຍເຫຼືອປະຊາຊົນຖືກຜົນສະທ້ອນຈາກເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື, ສປປ ລາວ.

          ຕອນບ່າຍວັນດຽວກັນ, ທ່ານ ເຈີ່ນກວກຮູ່ງ, ຮອງປະທານສູນກາງສະພາກາແດງ ຫວຽດນາມ ໄດ້ມາສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ເມື່ອມອບເງິນ 50.000 USD ເພື່ອສົ່ງໃຫ້ສະພາກາແດງ ລາວ, ຜ່ານນັ້ນໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຂອງເຫດການເຂື່ອນກັ້ນນ້ຳແຕກຢູ່ອັດຕະປືຢ່າງຮີບດ່ວນ. ຄຽງຄູ່ກັນນັ້ນ, ທ່ານນາງ ຫງວຽນທິຊວນທູ, ປະທານສູນກາງສະພາກາແດງ ຫວຽດນາມ ຈະພ້ອມກັບຄະນະປະຕິບັດງານ ຫວຽດນາມ ໄປຢື້ຢາມຖາມຂ່າວ ແລະ ມອບເຄື່ອງຂອງທີ່ຈຳເປັນໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກເຫດການດັ່ງກ່າວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ