ປະຊາຄົມຊາວ ຫວຽດນາມ ຮ່ວມແຮງຮ່ວມໃຈຊ່ວຍປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຂື່ອນກັ້ນນ້ຳແຕກ

(VOVWORLD) -    ແຕ່ຕອນເຊົ້າວັນທີ 25 ກໍລະກົດ, ຄະນະແພດ - ທ່ານໝໍຂອງບໍລິສັດມິດຕະພາບ 206 ເຊິ່ງມີສຳນັກງານຕັ້ງຢູ່ເມືອງ ປາກຊ່ອງ, ແຂວງ ຈຳປາສັກ ໄດ້ໄປຢື້ຢາມຖາມຂ່າວ ແລະ ກວດພະຍາດ ...

ໃນຊຸມວັນຜ່ານມາ, ປະຊາຄົມຊາວ ຫວຽດນາມ ມີການເຄື່ອນໄຫວບໍລິຈາກເງິນສະໜັບສະໜູນປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຂື່ອນກັ້ນນ້ຳແຕກ ແລະ ໜູນຊ່ວຍປະຊາຊົນກັບຄືນສູ່ການດຳລົງຊີວິດປົກກະຕິໂດຍໄວ.

        ແຕ່ຕອນເຊົ້າວັນທີ 25 ກໍລະກົດ, ຄະນະແພດ - ທ່ານໝໍຂອງບໍລິສັດມິດຕະພາບ 206 ເຊິ່ງມີສຳນັກງານຕັ້ງຢູ່ເມືອງ ປາກຊ່ອງ, ແຂວງ ຈຳປາສັກ ໄດ້ໄປຢື້ຢາມຖາມຂ່າວ ແລະ ກວດພະຍາດ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຢູ່ເຂດຖືກນ້ຳຖ້ວມ. ໄລ່ມາຮອດປະຈຸບັນ, ບໍລິສັດບໍລິຈາກເງິນໄດ້ເກືອບ 200 ລ້ານດົ່ງ ເພື່ອໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມ.

        ຄະນະແພດ - ທ່ານໝໍຂອງໂຮງໝໍມະຫາວິທະຍາໄລການຢາ ຮ່ວາງແອງຢາລາຍ ກໍ່ໄດ້ປະກົດຕົວນັບແຕ່ຊຸມວັນທຳອິດພາຍຫຼັງເກີດໄພພິບັດເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍແຕກ.

        ສະຖານທູດ ຫວຽດນາມ, ບັນດາອົງການການທູດແຫ່ງຕ່າງໆຂອງ ຫວຽດນາມ ປະຈຳລາວ, ປະຊາຄົມຊາວ ຫວຽດນາມ, ວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ລາວ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງ ວຽງຈັນ ກໍ່ໄດ້ບໍລິຈາກເງິນປະມານ 45.000 USD ເພື່ອໄປຊ່ວຍຜູ້ປະສົບເຄາະຮ້າຍຖືກນ້ຳຖ້ວມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ