ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ມີ 5 ປະ​ເທດ​ກຳ​ມະ​ການ​ບໍ່​ຖາ​ວອນໃໝ່

(VOVWORLD) -   ວັນທີ 6 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງ ອານເຊຣີ, ກຸຍຢານ, ສ.ເກົາຫຼີ, ເຊຍຣາເລອອນ ແລະ ສະໂນເວນີ ເປັນ 5 ປະເທດກຳມະການບໍ່ຖາວອນໃໝ່ ສະພາຄວາມໝັ້ນຄົງ ສປຊ. 
ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ມີ 5 ປະ​ເທດ​ກຳ​ມະ​ການ​ບໍ່​ຖາ​ວອນໃໝ່ - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ  (ພາບ: THX/TTXVN)

ຜູ້ຕາງໜ້າຂອງ 192 ປະເທດສະມາຊິກ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດ ເພື່ອປ່ຽນແທນ 3 ບ່ອນນັ່ງຂອງກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ຕາງໜ້າໃຫ້ແກ່ພາກພື້ນ ອາຟະລິກາ ແລະ ອາຊີ - ປາຊີຟິກ; 1 ບ່ອນນັ່ງໃຫ້ປະເທດຕາງໜ້າໃຫ້ພາກພື້ນ ເອີຣົບຕາເວັນອອກ ແລະ 1 ບ່ອນນັ່ງສຳລັບຜູ້ຕາງໜ້າໃຫ້ແກ່ ອາເມລິກາ Latinh – Caribe. ກ່ອນດຳເນີນການປ່ອນບັດ, ມີພຽງແຕ່ພາກພື້ນ ເອີຣົບຕາເວັນອອກ ທີ່ມີ 2 ຜູ້ສະໝັກເລືອກຕັ້ງ  ສະໂລເວນີ ແລະ ເບລາຣຸດ ອອກສະໝັກເລືອກຕັ້ງ, ໃນຂະນະນັ້ນ ຢູ່ພາກພື້ນອື່ນມີພຽງແຕ່ 1 ປະເທດອອກສະໝັກເລືອກຕັ້ງ.

        ຕາມແຜນການແລ້ວ, 5 ປະເທດຫາກໍຮັບໄຊຊະນະໃນການເລືອກຕັ້ງນັ້ນ ຈະເລີ່ມອາຍຸການ 2 ປີຂອງຕົນນັບແຕ່ວັນທີ 1 ມັງກອນ 2024.

ຕອບກັບ

ຂ່າວ/ບົດ​ອື່ນ