ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນ ກ່ຽວກັບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ ເຂດກາຊາ

(VOVWORLD) - ບັນດາການບຸກໂຈມຕີ ເພີ່ມຂຶ້ນຢູ່ຫຼາຍບ່ອນໃນເຂດຕາເວັນອອກກາງ, ພ້ອມທັງກະຕຸກຊຸກຍູ້ການກະທຳຮີບດ່ວນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ.
ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນ ກ່ຽວກັບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ ເຂດກາຊາ - ảnh 1ສະພາບການປະທະກັນຢູ່ເຂດ ກາຊາ ເພີ່ມຂຶ້ນ

ຕອນບ່າຍວັນທີ 5 ກຸມພາ, ຢູ່ ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມດ່ວນ ຕາມຂໍ້ສະເໜີຂອງລັດເຊຍ ເພື່ອພິຈາລະນາກ່ຽວກັບຄວາມເຄັ່ງຕຶງ ທີ່ພວມເພີ່ມຂຶ້ນຢູ່ຕາເວັນອອກກາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Rosemary DiCarlo, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາການເມືອງ ແລະ ສ້າງສັນຕິພາບຄືນໃໝ່ ໄດ້ກ່າວເຕືອນກ່ຽວກັບ: ບັນດາການບຸກໂຈມຕີ ເພີ່ມຂຶ້ນຢູ່ຫຼາຍບ່ອນໃນເຂດຕາເວັນອອກກາງ, ພ້ອມທັງກະຕຸກຊຸກຍູ້ການກະທຳຮີບດ່ວນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ. ທ່ານນາງ Rosemary ໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວເຕືອນຫຼາຍເທື່ອກ່ຽວກັບສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ແລະ ການຄິດໄລ່ທີ່ຜິດພາດນັບແຕ່ເມື່ອການປະທະກັນລະຫວ່າງ ຂະບວນ ຮາມາດ ແລະ ອິດສະຣາແອນ ຍູ້ເຂດນີ້ໃຫ້ເຂົ້າສູ່ສະພາບອັນຕະລາຍ.

        ແລະກໍ່ໃນການປະຊຸມ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ສປຊ Zhang Jun ເນັ້ນໜັກວ່າ: ຈຸດຫຼັກຂອງບັນຫາໃນປະຈຸບັນແມ່ນຍັງບໍ່ທັນມີຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ເນັ້ນໜັກວ່າ: ທຸກໆປະເທດຕ້ອງໃຫ້ຄຳໝັ້ນສັນຍາເດີນຕາມເປົ້າໝາຍລວມແມ່ນຮັບປະກັນສະຖຽນລະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ